ທີ່ກອງປະຊຸມ, ຜູ້ຕາງໜ້າຄະນະກຳມະການປະຊາຊົນບັນດາຕາແສງໄດ້ລາຍງານກ່ຽວກັບການຜັນຂະຫຍາຍບັນດາໂຄງການ, ການເບີກຈ່າຍເງິນທຶນ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ຂໍ້ສະເໜີແນະ.
ທ່ານຮອງຫົວໜ້າພະແນກຊົນເຜົ່າ ແລະ ສາສະໜາແຂວງ ອານຢາງ , ໄດ້ກ່າວຄຳປາໄສທີ່ກອງປະຊຸມ.
ຕອນບ່າຍວັນດຽວກັນ, ຄະນະຜູ້ແທນໄດ້ເຮັດວຽກກັບຄະນະກໍາມະການປະຊາຊົນແຂວງ ກຽນເລືອງ, ຫວິງດ້ຽນ, ຕາແສງ ຈ່າງແທ່ງ ແລະ ຕາແສງ ຮ່າຕິ້ງ ແລະ ໄຕ໋ເຈື່ອງ ເພື່ອຮັບຟັງການລາຍງານໝາກຜົນການປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການພັດທະນາ ເສດຖະກິດ - ສັງຄົມບັນດາເຜົ່າ ແລະ ເຂດພູດອຍ 2025 ຢູ່ບັນດາທ້ອງຖິ່ນ.
ສະຫາຍ ດັ້ງທິງອກທິ້ງ ສະເໜີໃຫ້ບັນດາທ້ອງຖິ່ນປ້ອນຂໍ້ມູນເຂົ້າງົບປະມານ ແລະ ລະບົບຂໍ້ມູນຂ່າວສານການຄຸ້ມຄອງຄັງເງິນ (TABMIS).
ສະຫາຍ ດັ້ງທິງອັກທິ້ງ ໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມ ແລະ ຜົນສຳເລັດຂອງບັນດາທ້ອງຖິ່ນໃນການປະຕິບັດໂຄງການ, ພ້ອມທັງຮຽກຮ້ອງໃຫ້ບັນດາທ້ອງຖິ່ນມານະພະຍາຍາມປະຕິບັດບັນດາໂຄງການ, ເບີກຈ່າຍແຫຼ່ງທຶນໃນໄລຍະ 3 ເດືອນທ້າຍປີ ເພື່ອຮັບປະກັນໃຫ້ສຳເລັດຕາມແຜນການ, ວິຊາສະເພາະ ແລະ ຖືກຕ້ອງຕາມລະບຽບກົດໝາຍ.
ສໍາລັບໂຄງການ ແລະ ໂຄງການຍ່ອຍທີ່ໄດ້ຮັບການອະນຸມັດ, ທ້ອງຖິ່ນຈໍາເປັນຕ້ອງໄດ້ປ້ອນຂໍ້ມູນເຂົ້າໃນລະບົບຂໍ້ມູນຂ່າວສານການຄຸ້ມຄອງຄັງເງິນ ແລະ ງົບປະມານ (TABMIS). ເມື່ອປະສົບກັບຄວາມຫຍຸ້ງຍາກ, ບັນຫາຕ່າງໆ, ບັນດາທ້ອງຖິ່ນຕ້ອງຕັ້ງໜ້າສົມທົບກັບກົມຊົນເຜົ່າ ແລະ ສາສະໜາ ເພື່ອແກ້ໄຂຢ່າງທັນການ.
ຂ່າວ ແລະ ພາບ: ແດນສະຫວັນ
ທີ່ມາ: https://baoangiang.com.vn/giam-sat-viec-thuc-hien-chuong-trinh-muc-tieu-quoc-gia-ve-phat-trien-kinh-te-xa-hoi-vung-dong-bao--a462408.html
(0)