ກປ.ອອນໄລ - ໃນຊຸມມື້ທີ່ຜ່ານມາ, ຖະໜົນຫຼວງຫຼາຍສາຍໃນນະຄອນຫຼວງກໍ່ມີຄວາມແອອັດຢ່າງໜັກໜ່ວງ, ຄວາມໜາແໜ້ນຂອງການສັນຈອນຢູ່ຖະໜົນສາຍໃຫຍ່ບໍ່ພຽງແຕ່ຢູ່ໜ້າປະຕູໂຂງເທົ່ານັ້ນ ຫາກຍັງຢູ່ພາຍໃນນະຄອນ ຮ່າໂນ້ຍ “ເຄັ່ງຕຶງຄືຄັນທະນູ”.
 |
ຕອນບ່າຍວັນທີ 24 ມັງກອນ (ຄືວັນທີ 25 ທັນວາຕາມຈັນທະປະຕິທິນ), ປະຊາຊົນນະຄອນຫຼວງໄດ້ສິ້ນສຸດການເຮັດວຽກຄັ້ງສຸດທ້າຍກ່ອນເຂົ້າສູ່ວັນບຸນເຕັດ 9 ວັນ. ຕາມການສັງເກດແລ້ວ, ແຕ່ຕອນບ່າຍວັນດຽວກັນ, ຖະໜົນຫົນທາງຮ່າໂນ້ຍ ເລີ່ມມີຄວາມແອອັດ, ເຮັດໃຫ້ປະຊາຊົນເຄື່ອນຍ້າຍໄປມາໄດ້ຍາກ. |
 |
ຢູ່ເຂດຖະໜົນເຈື່ອງຊິງມຸ່ງໄປສູ່ປະຕູທາງພາກໃຕ້ນັບແຕ່ເວລາປະມານ 4 ໂມງເປັນຕົ້ນໄປ, ການສັນຈອນແມ່ນໜັກໜ່ວງ, ພາຫະນະເຄື່ອນທີ່ຊ້າລົງ. |
 |
ຖະໜົນເຈື່ອງຊິງແອອັດ, ການຈະລາຈອນກໍ່ວຸ່ນວາຍ. |
  |
ບໍລິເວນຂົວຂ້າມນ້ຳຂອງ ຈີ່ຟອງ-ເຈື່ອງຊິງ ເວລາ 16:00 ໂມງ. ຍັງແອອັດດ້ວຍພາຫະນະທີ່ມຸ່ງໜ້າໄປຍັງສະຖານີລົດເມ Nuoc Ngam. |
 |
ການສັນຈອນເພີ່ມຂຶ້ນຢ່າງກະທັນຫັນ ໃນຕອນບ່າຍວັນທີ 25 ມົກກະຣາ ເຮັດໃຫ້ມີການສັນຈອນຕິດຂັດຫຼາຍເສັ້ນທາງ. |
   |
ປະຊາຊົນບັນດາແຂວງອ້ອມຂ້າງຮ່າໂນ້ຍ ເຊັ່ນ: ຮ່ານາມ ແລະ ນາມດິງ ໄດ້ຂີ່ລົດຈັກໄປຕາມເສັ້ນທາງຫຼວງແຫ່ງຊາດ 1 (ເກົ່າ) ເພື່ອກັບຄືນບ້ານເກີດເມືອງນອນ, ຂົນເຄື່ອງຂອງເປັນຈຳນວນຫຼວງຫຼາຍ. |
 |
ປະຊາຊົນເຄື່ອນທີ່ຊ້າໆຢູ່ຖະໜົນ ຈີ່ຟອງ ໃນເວລາ 17:00 ໂມງ. |
 |
ພາຫະນະສາຍໜຶ່ງໄດ້ອອກຈາກນະຄອນຫຼວງ. |
 |
ໃນເວລາເລັ່ງລັດຕອນບ່າຍ, ເຂດຖະໜົນຫງອກໂຮ່ຍແມ່ນມີການຕິດຂັດ, ພາຫະນະຕ້ອງລໍຖ້າ 6 ໄຟແດງເພື່ອຈະຜ່ານສີ່ແຍກ. |
 |
ຕຳຫຼວດຈະລາຈອນ ແລະ ຕຳຫຼວດຮັກສາຄວາມສະຫງົບ ຫັນປ່ຽນການສັນຈອນຢ່າງຕໍ່ເນື່ອງ ເພື່ອບໍ່ໃຫ້ເກີດການປະທະກັນຈາກທຸກທິດ. |
 |
ສະພາບການຈະລາຈອນຕິດຂັດຍັງເກີດຂຶ້ນຢູ່ທາງເຂົ້າເສັ້ນທາງຫຼວງຜາວັນ-ກວ໋າ. |
 |
ມື້ນີ້ ແລະ ມື້ອື່ນ ເປັນຊ່ວງເວລາທີ່ປະຊາຊົນກັບຄືນບ້ານເກີດເມືອງນອນ, ສະນັ້ນ ຄາດວ່າເສັ້ນທາງຫຼາຍເສັ້ນຈະມີຄວາມແອອັດ ແລະ ສ່ຽງຕໍ່ການສັນຈອນຕິດຂັດ ເນື່ອງຈາກປະລິມານການສັນຈອນໜາແໜ້ນ. |
 |
ວັນບຸນກຸດຈີນປີນີ້ດຳເນີນໄປເປັນເວລາ 9 ວັນ, ແຕ່ວັນທີ 25 ມັງກອນຫາວັນທີ 2 ກຸມພາ. |
ດຶກ ຫງວຽນ
(0)