ວັນທີ 3 ທັນວາ, ທ່ານ ຮ່າສີດົງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວ໋າງຈີ ໄດ້ໃຫ້ຮູ້ວ່າ: ແຂວງ ກວາງຈິ ໄດ້ວາງແຜນຈະເລີ່ມຕົ້ນໂຄງການສວນອຸດສາຫະກຳ ກວາງຈີ (VSIP Quang Tri) ຢູ່ເມືອງ ຫາຍລານ ໃນວັນທີ 15 ທັນວາ.
ໂຄງການສວນອຸດສາຫະກຳກວາງຈີ ໄດ້ຮັບການອະນຸມັດ ຈາກນາຍົກລັດຖະມົນຕີ ໂດຍຜ່ານມະຕິຕົກລົງເລກທີ 418/QD-TTg ລົງວັນທີ 23 ມີນາ 2021 ດ້ວຍຍອດຈຳນວນທຶນລົງທຶນ 2.074 ຕື້ດົ່ງ. ໃນນັ້ນ, ໄລຍະ 1 ມີເນື້ອທີ່ 97,4 ເຮັກຕາ - ຍອດຈຳນວນທຶນລົງທຶນ 504,39 ຕື້ດົ່ງ.
ໂຄງການດັ່ງກ່າວໄດ້ຮັບການປະຕິບັດໂດຍບໍລິສັດຫຸ້ນສ່ວນອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP JV), ບໍລິສັດຫຸ້ນສ່ວນຕົວເມືອງ Amata Bien Hoa (ພາຍໃຕ້ກຸ່ມ Amata ຂອງໄທ) ແລະ ກຸ່ມ Sumitomo ຂອງຍີ່ປຸ່ນ ທີ່ຕັ້ງຢູ່ເມືອງ Dien Sanh, ຕາແສງ Hai Truong ແລະ Hai Lam (ເມືອງ Hai Lang, ແຂວງ Quang Tri).
ລັດຖະບານຫວຽດນາມ ຄາດວ່າໂຄງການນີ້ຈະປະກອບສ່ວນຊຸກຍູ້ການພັດທະນາ ເສດຖະກິດ , ສັງຄົມຂອງແຂວງ ກວາງຈິ, ສ້າງສູນເສດຖະກິດລຽບຕາມແລວເສດຖະກິດຕາເວັນອອກຕາເວັນຕົກເຊື່ອມຕໍ່ຫວຽດນາມ - ລາວ, ໄທ ແລະ ມຽນມາ.
ມາຮອດປະຈຸບັນ, ໂຄງການໄດ້ສຳເລັດຂັ້ນຕອນການຢັ້ງຢືນການລົງທຶນ, ສ້າງສວນອຸດສາຫະກຳ, ວາງແຜນກຳນົດເຂດ, ຂັ້ນຕອນການເຊື່ອມຕໍ່ການສັນຈອນ, ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ເອກະສານການຫັນປ່ຽນການນຳໃຊ້ປ່າ, ຈ່າຍຄ່າປູກປ່າທົດແທນ, ແຜນການລະອຽດ 1/500, ການເຊົ່າທີ່ດິນ...
ທີ່ມາ
(0)