ລັດຖະມົນຕີປ້ອງກັນປະເທດໂຮນລັງ Kajsa Ollongren ປະກາດໃນວັນທີ 31 ມັງກອນນີ້ວ່າ, ປະເທດນີ້ມີແຜນຈະສົ່ງກຳປັ່ນລົບ HNLMS Tromp ໄປຍັງພາກພື້ນອິນ ໂດເນເຊຍ ເພື່ອເພີ່ມທະວີຄວາມໝັ້ນຄົງທາງທະເລ.
ໃນຖະແຫຼງການ, ທ່ານລັດຖະມົນຕີ Ollongren ເນັ້ນໜັກວ່າ ອິນໂດ- ປາຊີຟິກ ພວມກາຍເປັນຈຸດມຸ່ງໝາຍທາງດ້ານພູມສາດທາງດ້ານການເມືອງ ແລະ ມີຄວາມຈຳເປັນໃນການເພີ່ມທະວີຄວາມໝັ້ນຄົງທາງທະເລໃນພາກພື້ນນີ້, ສະນັ້ນ HNLMS Tromp ຈະຖືກສົ່ງໄປພາກພື້ນໃນປີນີ້.
ຕາມລັດຖະມົນຕີປ້ອງກັນປະເທດໂຮນລັງ, ລັດຖະບານ ສາມາດປ່ອຍໃຫ້ກຳປັ່ນລຳນີ້ເຂົ້າຮ່ວມການເຄື່ອນໄຫວ “ຜູ້ຮັກສາຄວາມຈະເລີນຮຸ່ງເຮືອງ” ນຳພາໂດຍ ອາເມລິກາ ຢູ່ທະເລແດງ ຫຼື ຢູ່ໃນຂອບເຂດພາລະກິດໃໝ່ຂອງສະຫະພາບເອີຣົບ (ອີຢູ).
ໃນຕອນເຊົ້າວັນດຽວກັນ, ຜູ້ແທນຂັ້ນສູງຂອງ EU ຮັບຜິດຊອບວຽກງານການຕ່າງປະເທດ ແລະ ນະໂຍບາຍຄວາມໝັ້ນຄົງຂອງ EU ທ່ານ Joseph Borrell ໃຫ້ຮູ້ວ່າ: ພາລະກິດຂອງ EU ຢູ່ທະເລແດງ ເພື່ອປ້ອງກັນກຳປັ່ນການຄ້າຈາກການບຸກໂຈມຕີຂອງກຳລັງ Houthi ອາດຈະຖືກປະຕິບັດໃນວັນທີ 17/2.
ໃນເດືອນມັງກອນນີ້, ທ່ານ Borrell ໃຫ້ຮູ້ວ່າ, ທະເລແດງແມ່ນເສັ້ນທາງເດີນເຮືອທີ່ສຳຄັນຂອງໂລກໂດຍທົ່ວໄປ ແລະ ເອີລົບ ເວົ້າສະເພາະ, ນັ້ນແມ່ນເຫດຜົນທີ່ EU ຕ້ອງຈັດຕັ້ງພາລະກິດຂອງຕົນເອງຢູ່ທະເລແດງ ເພື່ອຮັບປະກັນຄວາມໝັ້ນຄົງທາງທະເລ.
ທີ່ມາ






(0)