
ເຂົ້າຮ່ວມພິທີລົງນາມມີທ່ານ ຫງວຽນແມ້ງຮຸ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຫາຍເຢືອງ, ທ່ານ Hwang In Guk, ຮອງເຈົ້າຄອງນະຄອນ Suwon ພ້ອມດ້ວຍຜູ້ຕາງໜ້າການນຳຂອງບັນດາພະແນກ, ສາຂາທີ່ກ່ຽວຂ້ອງຈຳນວນໜຶ່ງ.

ກ່າວຄຳເຫັນທີ່ພິທີລົງນາມ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຫາຍເຢືອງ ຫງວຽນແມ້ງຮຸ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາ ເສດຖະກິດ - ສັງຄົມ ຂອງແຂວງ Hai Duong ໃນປີ 2023.
ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຫາຍເຢືອງ ໃຫ້ຮູ້ວ່າ: ປະຈຸບັນແຂວງ Hai Duong ມີ 549 ໂຄງການລົງທຶນຈາກຕ່າງປະເທດ, ດ້ວຍຍອດຈຳນວນທຶນກວ່າ 10,3 ຕື້ USD ຈາກ 27 ປະເທດ ແລະ ເຂດແຄ້ວນ, ຢືນອັນດັບທີ 4 ຢູ່ເຂດທົ່ງພຽງແມ່ນ້ຳແດງ ແລະ ທີ 11 ຂອງປະເທດ. ໃນນັ້ນ, ມີ 126 ໂຄງການລົງທຶນຈາກ ສ.ເກົາຫຼີ ດ້ວຍຍອດຈຳນວນເງິນລົງທຶນ 1.462 ລ້ານ USD. ເກົາຫຼີ ແມ່ນໜຶ່ງໃນບັນດາປະເທດທີ່ມີຫຼາຍໂຄງການລົງທຶນຂອງແຂວງ, ຢືນອັນດັບທີ 1 ໃນຈຳນວນໂຄງການ ແລະ ອັນດັບ 3 ແມ່ນແຫຼ່ງທຶນລົງທຶນໃນບັນດາບັນດາປະເທດທີ່ລົງທຶນຢູ່ເຂດດັ່ງກ່າວ.
ໃນປີ 2023, ຍອດມູນຄ່າການຊ່ວຍເຫຼືອຂອງ ອົງການ NGO ສ.ເກົາຫຼີ ໃຫ້ແຂວງ Hai Duong ແມ່ນປະມານ 700.000 USD. ການຊ່ວຍເຫຼືອຈາກບັນດາອົງການ NGO ຂອງ ສ.ເກົາຫຼີ ໄດ້ນຳມາເຊິ່ງໝາກຜົນຕົວຈິງ, ປະກອບສ່ວນປັບປຸງ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກໃນແຂວງ.

ໃນໄລຍະມໍ່ໆມານີ້, ເຖິງວ່າສະພາບການໂລກມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສ.ເກົາຫຼີ ເວົ້າລວມ ແລະ ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງແຂວງ ຫາຍເຢືອງ ແລະ ນະຄອນ Suwon ໄດ້ຮັບການຮັກສາ ແລະ ພັດທະນາຢ່າງຮອບດ້ານ. ການນຳແຂວງ ຫາຍເຢືອງ ຍາມໃດກໍ່ຖືເປັນສຳຄັນ ແລະ ຕີລາຄາສູງການພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອນີ້.
ປີ 2024 ແມ່ນປີສຳຄັນ, ແມ່ນປີຄົບຮອບ 20 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມືລະຫວ່າງ 2 ທ້ອງຖິ່ນ. ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຫງວຽນແມ້ງຮຸ່ງ ເຊື່ອໝັ້ນວ່າ, ບົນພື້ນຖານທີ່ໝັ້ນຄົງທີ່ໄດ້ຮັບການກໍ່ສ້າງໃນ 20 ປີຜ່ານມາ, ພ້ອມກັບຄວາມມານະພະຍາຍາມຂອງອຳນາດການປົກຄອງ ແລະ ປະຊາຊົນສອງທ້ອງຖິ່ນ, ການພົວພັນຮ່ວມມືລະຫວ່າງ 2 ທ້ອງຖິ່ນຈະນັບມື້ນັບພັດທະນາແບບຍືນຍົງ, ເປີດກວ້າງໃນຫຼາຍຂົງເຂດ ແລະ ເລິກເຊິ່ງ.

ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ Hwang In Guk, ຮອງເຈົ້າຄອງນະຄອນ Suwon ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການຕ້ອນຮັບອັນອົບອຸ່ນຂອງການນຳແຂວງມາຍັງຄະນະ. ໃນການຢ້ຽມຢາມແຂວງດັ່ງກ່າວ, ຄະນະຜູ້ແທນນະຄອນ Suwon ຫວັງວ່າຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງນະຄອນ Suwon ກັບແຂວງ Hai Duong ໃຫ້ແໜ້ນແຟ້ນກ່ວາອີກ...

ທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຫງວຽນແມ້ງຮຸ່ງ ແລະ ຮອງເຈົ້າຄອງນະຄອນ Suwon Hwang In Guk ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໂດຍມີເນື້ອໃນຄື: 2 ຝ່າຍຈະສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຊາວໜຸ່ມ, ແລກປ່ຽນຊາວໜຸ່ມ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ; ຊຸກຍູ້ການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການໃນບັນດາຂົງເຂດຄື: ການສຶກສາ ແລະ ບຳລຸງສ້າງ, ການຄ້າ, ການພັດທະນາແບບຍືນຍົງ ແລະ ຫຼາຍຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈເພື່ອພັດທະນາ.


ກ່ອນໜ້ານັ້ນ, ຄະນະຜູ້ແທນນະຄອນ Suwon (ສ.ເກົາຫຼີ) ໄດ້ໄປຢ້ຽມຢາມບໍລິສັດຫຸ້ນສ່ວນ Chu Dau Ceramics ແລະ ເຂົ້າຮ່ວມງານບຸນລະດູໃບໄມ້ປົ່ງ Con Son - Kiep Bac 2024.
PVທີ່ມາ








(0)