ເກົາຫຼີ ພວມພະຍາຍາມຊຸກຍູ້ຄວາມສະເໝີພາບທາງເພດ ແມ່ນແຕ່ໃນສະພາແຫ່ງຊາດ. |
ພິທີປະກາດດັ່ງກ່າວໄດ້ຈັດຂຶ້ນຢູ່ສະພາແຫ່ງຊາດ ສ.ເກົາຫຼີ ເພື່ອແນໃສ່ຊຸກຍູ້ການເຂົ້າຮ່ວມ ທາງການເມືອງ ຢ່າງສະເໝີພາບລະຫວ່າງຍິງ - ຊາຍ.
ສະພາແມ່ຍິງ ສ.ເກົາຫຼີ - ກຸ່ມສະມາຊິກລັດຖະສະພາເພດຍິງຊີ້ອອກວ່າ, ປະຈຸບັນ, ອັດຕາສ່ວນຜູ້ແທນເພດຍິງໃນລັດຖະສະພາຂອງປະເທດແມ່ນບໍ່ເທົ່າທຽມກັນ, ແລະຮຽກຮ້ອງລັດຖະສະພາຜ່ານຮ່າງກົດໝາຍສະໜັບສະໜູນຄວາມສະເໝີພາບລະຫວ່າງຍິງຊາຍ.
ໃນຄຳປາໄສຊົມເຊີຍ, ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin-pyo ໃຫ້ຮູ້ວ່າ: ຄວາມສະເໝີພາບລະຫວ່າງຜູ້ຊາຍ ແລະ ຍິງໃນສະພາແຫ່ງຊາດພວມກາຍເປັນຫົວຂໍ້ໃໝ່ໃນປະຫວັດສາດປະຊາທິປະໄຕ ໂລກ .
ຕາມທ່ານນາງ Kim Ki-hyun ຜູ້ຕາງໜ້າພັກກຳລັງແຫ່ງຊາດແລ້ວ, ຖ້າຫາກການເປັນຕົວແທນຂອງແມ່ຍິງບໍ່ໄດ້ຮັບການຮັບປະກັນຢ່າງເໝາະສົມ, ຄວາມສຳເລັດຂອງປະຊາທິປະໄຕຈະຢູ່ໄກ.
ໂດຍເນັ້ນໜັກເຖິງການສະໜັບສະໜູນຄວາມສະເໝີພາບໃນອັດຕາສ່ວນສະມາຊິກສະພາເພດຍິງ, ປະທານພັກປະຊາທິປະໄຕຝ່າຍຄ້ານຕົ້ນຕໍ (DP) ທ່ານ Lee Jae-myung ໃຫ້ຮູ້ວ່າ: ນີ້ຮັບປະກັນການມີສ່ວນຮ່ວມຢ່າງສະເໝີພາບຂອງທັງສອງເພດ, ບ່ອນທີ່ແມ່ຍິງແລະຜູ້ຊາຍມີອຳນາດ ແລະ ຄວາມຮັບຜິດຊອບ.
ພ້ອມກັນນັ້ນ, ຜູ້ຕາງໜ້າພັກຍຸຕິທຳ Lee Jeong-mi ຮຽກຮ້ອງໃຫ້ແຕ່ລະພັກການເມືອງ ຈົ່ງເອົາໃຈໃສ່ຢ່າງຈິງໃຈຕໍ່ບັນດາຂໍ້ສະເໜີຂອງຄະນະກຳມະການສິດທິມະນຸດແຫ່ງຊາດ ເພື່ອຮັບປະກັນການເຂົ້າຮ່ວມຂອງແມ່ຍິງຢ່າງສະເໝີພາບ ເມື່ອສະເໜີຜູ້ສະໝັກຮັບເລືອກຕັ້ງເຂົ້າດຳລົງຕຳແໜ່ງເປັນສະມາຊິກພັກ ແລະ ວາງແຜນການປະຕິບັດຢ່າງຈະແຈ້ງໃນກົດບັດ ແລະ ລະບຽບການຂອງພັກ.
ທີ່ມາ
(0)