ທີ່ກອງປະຊຸມ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ ່ວາບິ່ງ ໄດ້ແນະນຳກ່ຽວກັບທ່າແຮງທົ່ວໄປ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ພ້ອມກັນນັ້ນ, ທ່ານກໍ່ເນັ້ນໜັກວ່າ: ຮ່ວາງບີງ ມຸ່ງໄປເຖິງການດຶງດູດການລົງທຶນໃນ 4 ຂົງເຂດຕົ້ນຕໍຄື: ອຸດສາຫະກຳການຜະລິດທີ່ມີຄຸນນະພາບສູງ ແລະ ທັນສະໄໝ; ການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະເສດ, ປ່າໄມ້ ແລະ ການປະມົງ; ການພັດທະນາການທ່ອງທ່ຽວແບບລີສອດ; ແລະການພັດທະນາຕົວເມືອງທີ່ກ່ຽວຂ້ອງກັບລະບົບນິເວດ.
ພ້ອມທັງວາງແຜນກຳນົດບຸລິມະສິດລົງທຶນກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນຄື: ຖະໜົນຫົນທາງ, ການສະໜອງໄຟຟ້າ, ການວາງແຜນກໍ່ສ້າງ ແລະ ອື່ນໆ ໃນບັນດາຈຸດທີ່ມີທ່າແຮງ ແລະ ມີທ່າໄດ້ປຽບເພື່ອອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ.
ດ້ວຍທັດສະນະວ່າ “ລັດຖະບານແຂວງຮ່ວາບິ່ງ ຍາມໃດກໍ່ຕ້ອນຮັບວິສາຫະກິດ ແລະ ນັກລົງທຶນຢ່າງອົບອຸ່ນ, ສະໜັບສະໜູນ ແລະ ສົມທົບກັບວິສາຫະກິດ ແລະ ນັກລົງທຶນເພື່ອພັດທະນາຮ່ວມກັນ”, ແຂວງ ຮ່ວາບິງ ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດປະຕິບັດບັນດາໂຄງການປະສົບຜົນສຳເລັດ ແລະ ຮັບປະກັນການພັດທະນາແບບຍືນຍົງ. ຮວ່າບິ່ງ ແມ່ນແຫຼ່ງເງິນລົງທຶນແບບຍືນຍົງຂອງນັກລົງທຶນຢ່າງແທ້ຈິງ.
ສະຖານທູດອິນເດຍ ມອບຮູບແຕ້ມໃຫ້ແຂວງ ຮ່ວາບິງ. |
ທີ່ກອງປະຊຸມ, ທ່ານ Sandeep Arya, ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ ຢືນຢັນວ່າ, ການພົວພັນຮ່ວມມື ດ້ານການທູດ ລະຫວ່າງ ຫວຽດນາມ ແລະ ອິນເດຍ ເປີດກວ້າງໃນຫຼາຍປີ, ຖືເຊິ່ງກັນ ແລະ ກັນ ເປັນຄູ່ຮ່ວມມືສຳຄັນ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ, ການຮ່ວມມືລະຫວ່າງສອງປະເທດຈະນັບມື້ນັບແໜ້ນແຟ້ນ ແລະ ແທດຈິງກວ່າອີກໃນອະນາຄົດ. ໃນຕົວຈິງ, ຫວຽດນາມ ແລະ ອິນເດຍ ມີບັນດາໂຄງການຮ່ວມມືທີ່ມີມູນຄ່າປະມານ 15 ຕື້ USD. ເຖິງຢ່າງໃດກໍຕາມ, 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ເຊິ່ງມີຊ່ອງຫວ່າງໃຫຍ່ເພື່ອສືບຕໍ່ເຕີບໂຕໃນຊຸມປີຕໍ່ໜ້າ.
ກອງປະຊຸມອິນເດຍ ປີ 2024 ຢູ່ແຂວງ ຮ່ວາບິງ ສະແດງໃຫ້ເຫັນບາດກ້າວອັນແທດຈິງຂອງບັນດາຄຳໝັ້ນສັນຍາຂອງສອງປະເທດກ່ຽວກັບການຮ່ວມມືສອງຝ່າຍ. ທ່ານ Sandeep Arya ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຮ່ວາບິ່ງ ແມ່ນໜຶ່ງໃນບັນດາແຂວງທີ່ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືລົງທຶນ. ພິເສດ, ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືສູງແມ່ນ ກະສິກຳ ເຕັກໂນໂລຊີ, ການຢາ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການທ່ອງທ່ຽວ. ນອກຈາກນັ້ນ, ບັນດາວິສາຫະກິດອິນເດຍ ແລະ ຮວ່າບິ່ງ ສາມາດສຶກສາ ແລະ ເປີດກວ້າງການຮ່ວມມືໃນບັນດາຂົງເຂດຄື: ການເງິນ, ພື້ນຖານໂຄງລ່າງ, ໄຟຟ້າ, ໂຮງງານໄຟຟ້າຄວາມຮ້ອນ, ໄຟຟ້ານ້ຳຕົກ, ເຕັກໂນໂລຢີພະລັງງານທົດແທນ ແລະ ອື່ນໆ.
ທີ່ກອງປະຊຸມ, 2 ຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນບັນດາເນື້ອໃນຄື: ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ຮ່າບິງ ໄດ້ສະເໜີຄວາມສາມາດບົ່ມຊ້ອນດ້ານກະສິກຳ, ປ່າໄມ້ ແລະ ປຸງແຕ່ງສະບຽງອາຫານຂອງແຂວງ ຮ່ວາບິ່ງ; ກົມສາທາລະນະສຸກ ສະເໜີຄວາມສາມາດຮ່ວມມືດ້ານສາທາລະນະສຸກແຂວງ ຮ່ວາບິງ; ຜູ້ຕາງໜ້າກຸ່ມບໍລິສັດ RV ຢູ່ ຫວຽດນາມ ສະເໜີບັນດາການເຄື່ອນໄຫວຂອງກຸ່ມ RV ຢູ່ ຫວຽດນາມ; ຫົວໜ້າກົມວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ໄດ້ສະເໜີທ່າແຮງການຮ່ວມມືດ້ານການທ່ອງທ່ຽວກັບອິນເດຍ; ທ່ານ Subhash Chandar, ບໍລິສັດ DMC Travel/Indigo ສະເໜີທ່າແຮງການຮ່ວມມືໃນຂົງເຂດການທ່ອງທ່ຽວລະຫວ່າງອິນເດຍ ແລະ ຮວ່າບິ່ງ.
ກອງປະຊຸມ “ພົບປະປະເທດອິນເດຍ 2024” ໄດ້ຢືນຢັນນະໂຍບາຍ ແລະ ຍຸດທະສາດສະເໝີພາບໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ເພີ່ມທະວີການຮ່ວມມືຮອບດ້ານທາງດ້ານການເມືອງ, ເສດຖະກິດ - ການຄ້າ, ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ. ຍູ້ແຮງການປະຕິບັດສັນຍາການຮ່ວມມືດ້ານການຄ້າ ແລະ ເສດຖະກິດລະຫວ່າງ ຫວຽດນາມ ແລະ ອິນເດຍ ຢ່າງມີປະສິດທິຜົນ, ສັນຍາຊຸກຍູ້ ແລະ ປົກປ້ອງການລົງທຶນລະຫວ່າງ ຫວຽດນາມ ແລະ ອິນເດຍ.
(0)