
ອົງການກາແດງແຂວງ ມອບຂອງຂວັນໃຫ້ຜູ້ທຸກຍາກ
ໃນວຽກງານມະນຸດສະທຳສັງຄົມ, ສະມາຄົມທຸກຂັ້ນໄດ້ລະດົມ ແລະ ມອບຂອງຂວັນເກືອບ 83.000 ພູດ, ດ້ວຍຍອດມູນຄ່າກວ່າ 35 ຕື້ດົ່ງ; ເບິ່ງແຍງດູແລຜູ້ເຖົ້າຜູ້ແກ່ ແລະ ເດັກກຳພ້າ 690 ຄົນເປັນປະຈຳ, ມູນຄ່າເກືອບ 310 ລ້ານດົ່ງ.
ປະຕິບັດລາຍການໂຄສະນາ “ແຕ່ລະອົງການ, ແຕ່ລະຄົນຕິດພັນກັບທີ່ຕັ້ງມະນຸດສະທຳ”, ສະມາຄົມທຸກຂັ້ນໄດ້ໜູນຊ່ວຍ 3.672 ທີ່ຕັ້ງ ດ້ວຍຍອດຈຳນວນເງິນກວ່າ 1,4 ຕື້ດົ່ງ; ມອບລົດເຂັນ 40 ຄັນ ມູນຄ່າກວ່າ 137 ລ້ານດົ່ງ; ກໍ່ສ້າງເຮືອນໃໝ່ 3 ຫຼັງ ແລະ ສ້ອມແປງເຮືອນກາແດງ 1 ຫຼັງ ດ້ວຍຍອດມູນຄ່າກວ່າ 275 ລ້ານດົ່ງ.
ພ້ອມກັນນັ້ນ, ສະມາຄົມຍັງໄດ້ລະດົມ ແລະ ໜູນຊ່ວຍເຂົ້າສານໃຫ້ຄອບຄົວທຸກຍາກ 21,54 ໂຕນ; ປະຕິບັດບັນດາຮູບແບບການປະກອບທຶນໝູນວຽນໂດຍບໍ່ມີດອກເບ້ຍ, ບັນດາຮູບແບບການຊ່ວຍເຫຼືອເຊິ່ງກັນ ແລະ ກັນດຳເນີນ ທຸລະກິດ ດ້ວຍຍອດມູນຄ່າກວ່າ 420 ລ້ານດົ່ງ.

ສະມາຊິກທີມແພດອາສາສະໝັກກວດ ແລະປິ່ນປົວຄົນ
ໃນດ້ານສຸຂະພາບ, ຫ້ອງການກາແດງ ພາຍໃຕ້ສະມາຄົມແຂວງ ໄດ້ຈັດຕັ້ງການກວດສຸຂະພາບ ແລະ ສະໜອງຢາປົວພະຍາດຕາເວັນອອກໃຫ້ແກ່ປະຊາຊົນຜູ້ທຸກຍາກ ແລະ ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ 38.000 ຄົນ; ໄດ້ຈັດຕັ້ງອາຫານທ່ຽງໃຫ້ພະນັກງານ ແລະ ຄົນເຈັບທີ່ທຸກຍາກຢູ່ຫ່າງໄກສອກຫຼີກ ດ້ວຍຍອດມູນຄ່າກວ່າ 1,6 ຕື້ດົ່ງ.
ຄະນະແພດອາສາສະໝັກອົງການກາແດງແຂວງ ຈັດຕັ້ງການກວດພະຍາດ ແລະ ສະໜອງຢາປົວພະຍາດໃຫ້ແກ່ປະຊາຊົນ 6.500 ກວ່າຄົນ, ມອບຂອງຂວັນກ່ວາ 4.800 ພູດ ໃຫ້ແກ່ຜູ້ທຸກຍາກທັງພາຍໃນ ແລະ ຕ່າງປະເທດແຂວງ, ດ້ວຍມູນຄ່າທັງໝົດກວ່າ 2,4 ຕື້ດົ່ງ./.
ໄຄ ຕ໋ອງ
ທີ່ມາ: https://baolongan.vn/hoi-chu-thap-do-tinh-tay-ninh-hon-40-ti-dong-cho-cham-lo-cho-nguoi-yeu-the-a206100.html






(0)