ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ດ້ວຍຍອດຈຳນວນທຶນ 1.096.142.000 KRW (ເທົ່າກັບ 19 ຕື້ດົ່ງ). ໂຄງການດັ່ງກ່າວຈະໄດ້ຮັບການປະຕິບັດແຕ່ເດືອນມີນາຫາເດືອນທັນວາ 2025.
ສາກກອງປະຊຸມ
ທີ່ກອງປະຊຸມ, ຜູ້ຕາງໜ້າໂຄງການໄດ້ນຳສະເໜີພາບລວມຂອງຈຸດປະສົງຕົ້ນຕໍ, ລວມມີ: ໜູນຊ່ວຍວຽກງານການດຳລົງຊີວິດເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ 1.000 ຄົວເຮືອນກະສິກຳຂະໜາດນ້ອຍ, ໂດຍໃຫ້ບຸລິມະສິດແກ່ແມ່ຍິງບັນດາເຜົ່າທີ່ມີອາຍຸ 18-40 ປີ; ຍົກສູງຄວາມສາມາດ ແລະ ຄວາມຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການປ່ຽນແປງດິນຟ້າອາກາດ ແລະ ຊີວິດການເປັນຢູ່ແບບຍືນຍົງໃຫ້ແກ່ 100 ຜູ້ຕາງໜ້າຂອງອຳນາດການປົກຄອງ ແລະ ອົງການຈັດຕັ້ງທ້ອງຖິ່ນ; ແລະ ຍົກສູງຄວາມຮັບຮູ້ໃຫ້ສະມາຊິກຊຸມຊົນເກືອບ 18.000 ຄົນຢູ່ບັນດາຕາແສງສຳຄັນກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ, ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ກະສິກຳ ແບບຍືນຍົງ.
ກອງປະຊຸມເພື່ອແນໃສ່ຊ່ວຍໃຫ້ຜູ້ມີສ່ວນຮ່ວມສາມາດບັນລຸທິດທາງ ແລະ ວິທີການປະຕິບັດໂຄງການຢ່າງຊັດເຈນ. ພ້ອມນີ້, ກອງປະຊຸມຍັງມີບົດບາດສໍາຄັນໃນການເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ແລະ ຄວາມຮັບຜິດຊອບຂອງອຳນາດການປົກຄອງທຸກຂັ້ນ, ອົງການ, ອົງການຈັດຕັ້ງມະຫາຊົນ, ຄູ່ຮ່ວມພັດທະນາ ແລະ ຊຸມຊົນທ້ອງຖິ່ນໃນຂະບວນການຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິຜົນ, ຍືນຍົງ ແລະ ແທດເໝາະກັບຄວາມເປັນຈິງຂອງທ້ອງຖິ່ນ; ເລີ່ມດຳເນີນຢ່າງເປັນທາງການບັນດາການເຄື່ອນໄຫວໜູນຊ່ວຍຊີວິດການເປັນຢູ່ ແລະ ເສີມຂະຫຍາຍບົດບາດຂອງແມ່ຍິງໃນການພັດທະນາກະສິກຳທີ່ທົນທານຕໍ່ດິນຟ້າອາກາດຢູ່ຕາແສງ ເຈື່ອງເຊີນ ແລະ ແດນຮວ່າໄລຍະ 2025-2027 ດ້ວຍຍອດຈຳນວນງົບປະມານກວ່າ 19 ຕື້ດົ່ງ.
ໂຄງການ “ໜູນຊ່ວຍຊີວິດການເປັນຢູ່ກະສິກຳ ເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອເສີມຂະຫຍາຍບົດບາດຂອງແມ່ຍິງຢູ່ບັນດາຕາແສງດ້ອຍພັດທະນາ” ຈະປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງແມ່ຍິງບັນດາເຜົ່າຢູ່ຕາແສງ Truong Son ແລະ Dan Hoa ຜ່ານການໜູນຊ່ວຍຊີວິດການເປັນຢູ່ກະສິກຳ ປັບປຸງໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອເສີມຂະຫຍາຍບົດບາດຂອງແມ່ຍິງຢູ່ບັນດາຕາແສງດ້ອຍພັດທະນາ; ສ້າງສະພາບແວດລ້ອມທີ່ສະດວກໃຫ້ແມ່ຍິງເຂົ້າຮ່ວມການເຄື່ອນໄຫວພັດທະນາ ເສດຖະກິດ-ສັງຄົມ ໃນຊຸມຊົນ.
ລານຈີ
ແຫຼ່ງຂ່າວ: https://baoquangtri.vn/hoi-thao-khoi-dong-du-an-ho-tro-sinh-ke-nong-nghiep-thich-ung-voi-bien-doi-khi-hau-nham-nang-cao-vai-tro-phu-nu-o-cac-xa-kho-khan-49.






(0)