ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸຍ​ແທງ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Kengo Oishi ​ເຈົ້າ​ແຂວງ Nagasaki (ຍີ່ປຸ່ນ).

ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ Bui Thanh Son ຢືນຢັນ​ວ່າ ຫວຽດນາມ ຖື​ການ​ພົວພັນ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ​ລະຫວ່າງ 2 ປະ​ເທດ​ແມ່ນ​ຊ່ອງ​ທາງ​ຮ່ວມ​ມື​ທີ່​ສຳຄັນ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ດ້ານ​ເສດຖະກິດ , ການ​ຄ້າ ​ແລະ ການ​ອອກ​ແຮງ​ງານ, ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ. ທ່ານ​ລັດຖະມົນຕີ Bui Thanh Son ​ໄດ້​ຮຽກຮ້ອງ​ໃຫ້​ເຈົ້າ​ແຂວງ Oishi ຊຸກຍູ້​ບັນດາ​ວິ​ສາ​ຫະກິດ​ຂອງ​ແຂວງ ຊຸກຍູ້​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ; ​ເພີ່ມ​ທະວີ​ການ​ຝຶກ​ອົບຮົມ​ດ້ານ​ຊັບພະຍາກອນ​ມະນຸດ, ຊຸກຍູ້​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນ. ທ່ານ​ເຈົ້າ​ແຂວງ Oishi ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ສະໜັບສະໜູນ​ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ລະຫວ່າງ​ແຂວງ Nagasaki ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ການ​ລົງທຶນ, ການ​ຄ້າ, ວັດທະນະທຳ, ການທ່ອງທ່ຽວ ​ແລະ ອື່ນໆ.

ສະຫະພາບຫວຽດນາມ