ຊຸດຝຶກອົບຮົມທັກສະການຕອບໂຕ້ເຫດການເບື້ອງຕົ້ນ ຫາກໍ່ເປີດຢູ່ຮ່າໂນ້ຍ ໂດຍສູນຕອບໂຕ້ສຸກເສີນທາງອິນເຕີເນັດຫວຽດນາມ (VNCERT/CC) ພາຍໃຕ້ກົມຮັກສາຄວາມປອດໄພຂໍ້ມູນຂ່າວສານ (ກະຊວງຖະແຫຼງຂ່າວ ແລະ ສື່ສານ) ສົມທົບກັບ CyberCX ( ອົດສະຕາລີ ).
ຕາມນັ້ນແລ້ວ, ມີນັກຝຶກອົບຮົມ 30 ກວ່າຄົນແມ່ນເຈົ້າໜ້າທີ່ວິຊາການຈາກບັນດາກະຊວງ, ສາຂາ, ແລະ ກຸ່ມເຄືອຂ່າຍຕອບໂຕ້ເຫດການຄວາມປອດໄພທາງອິນເຕີແນັດແຫ່ງຊາດ, ເຊິ່ງໄດ້ຮັບການຝຶກອົບຮົມໂດຍຜູ້ຊ່ຽວຊານອາວຸໂສ CyberCX. ນອກຈາກຈະໄດ້ຮັບການປັບປຸງຂັ້ນຕອນການຕອບໂຕ້ເຫດການຄວາມປອດໄພທາງໄຊເບີ ແລະວິທີການເກັບກຳຫຼັກຖານແລ້ວ, ບັນດານັກສຳມະນາກອນຍັງໄດ້ຮັບການແນະນຳຈາກຜູ້ຊ່ຽວຊານອົດສະຕາລີ ໃນການວິເຄາະຫຼັກຖານ ແລະສ້າງຕາຕະລາງເວລາ, ແລະວິທີການລ່າຫາໄພຂົ່ມຂູ່ໃນເຫດການ...
ຕາມທ່ານຜູ້ອຳນວຍການ VCERT/CC ຫງວຽນດຶກຕວນແລ້ວ, ໃນທ່າອ່ຽງຫັນເປັນດິຈິຕອນ ແລະ ການເຊື່ອມຕໍ່ລະບົບຂໍ້ມູນຂ່າວສານທົ່ວໂລກ, ການກະກຽມ ແລະ ການຕອບໂຕ້ກໍ່ແມ່ນອົງປະກອບສຳຄັນຂອງການປ້ອງກັນຄວາມສະຫງົບເລິກເຊິ່ງ, ຄຽງຄູ່ກັບບັນດາຂັ້ນຕອນປົກປັກຮັກສາຫຼາຍດ້ານຂອງບັນດາອົງການ, ອົງການຈັດຕັ້ງ.
Kim ThanH
ທີ່ມາ






(0)