ຕອນບ່າຍວັນທີ 13/8, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະ ມົນຕີ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Caroline Beresford ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ ເນື່ອງໃນໂອກາດດຳລົງຕຳແໜ່ງເອກອັກຄະລັດຖະທູດໃໝ່.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຂອບອົກຂອບໃຈລັດຖະບານ ນິວຊີແລນ ທີ່ໄດ້ສົ່ງຄວາມເສົ້າສະຫຼົດໃຈຢ່າງຈິງໃຈ ແລະ ສົ່ງທູດພິເສດໄປຮ່ວມພິທີສະ ຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ການນຳທີ່ດີເດັ່ນຂອງປະຊາຊົນຫວຽດນາມ.
ທ່ານນາຍົກລັດຖະມົນຕີ ໄດ້ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນຂອງການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການໃນເດືອນ ມີນາ 2024. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາເອກອັກຄະລັດຖະທູດ ແລະ ບັນດາກະຊວງການຕ່າງປະເທດຂອງ 2 ປະເທດທີ່ໄດ້ສົມທົບກັນຢ່າງຕັ້ງໜ້າເພື່ອປະຕິບັດບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ; ໃນນັ້ນ, ການຢ້ຽມຢາມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ Winston Peters, ເຊິ່ງເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ນິວຊີແລນ ຄັ້ງທີ 2 ໃນເດືອນ 6/2024 ໄດ້ຊ່ວຍໃຫ້ບັນດາເນື້ອໃນການຮ່ວມມືຫລາຍດ້ານ.
ທ່ານນາຍົກລັດຖະມົນຕີ ຕີລາຄາສູງການສືບຕໍ່ພັດທະນາ ແລະ ພັດທະນາຢ່າງເລິກເຊິ່ງຂອງການພົວພັນ ຫວຽດນາມ - ນິວຊີແລນ ແລະ ເນັ້ນໜັກວ່າ: ປີ 2025 ແມ່ນປີ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ, ເປັນຂີດໝາຍສຳຄັນເພື່ອໃຫ້ 2 ປະເທດສະເໜີບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ໃນນັ້ນມີການຈັດຕັ້ງການຢ້ຽມຢາມຂັ້ນສູງ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄວາມຊົມເຊີຍ ແລະ ອວຍພອນທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ມາຢ້ຽມຢາມ ຫວຽດນາມ ໃນປີ 2025.

ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍວາງອອກບັນດາເສັ້ນທາງ, ບາດກ້າວ, ເນື້ອໃນສຳຄັນເພື່ອຍົກລະດັບການພົວພັນ, ມີບັນດາມາດຕະການແກ້ໄຂຢ່າງຕັ້ງໜ້າກວ່າອີກ ເພື່ອບັນລຸເປົ້າໝາຍວົງເງິນການຄ້າ 2 ສົ້ນໃຫ້ໄດ້ 2 ຕື້ USD ຮອດທ້າຍປີ 2024 ແລະ 3 ຕື້ USD ໃນປີ 2026, ໃນນັ້ນມີບັນດາການອຳນວຍຄວາມສະດວກໃຫ້ແກ່ບັນດາຜະລິດຕະພັນນຳເຂົ້າ ແລະ ສົ່ງອອກ; ຂອບໃຈ ແລະ ຮຽກຮ້ອງ ນິວຊີແລນ ສືບຕໍ່ໜູນຊ່ວຍພາສາອັງກິດ ແລະ ຝຶກອົບຮົມວິຊາສະເພາະໃຫ້ແກ່ເຈົ້າໜ້າທີ່ສູນກາງ ແລະທ້ອງຖິ່ນຂອງ ຫວຽດນາມ; ພ້ອມທັງຂະຫຍາຍການແລກປ່ຽນປະຊາຊົນ.
ທ່ານນາງເອກອັກຄະລັດຖະທູດ Caroline Beresford ໄດ້ຝາກຄວາມຢື້ຢາມຖາມຂ່າວຕໍ່ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ເຖິງທ່ານນາຍົກລັດຖະມົນຕີ Pham Minh Chinh, ໂດຍສະແດງຄວາມດີໃຈທີ່ໄດ້ຮັບຕຳແໜ່ງຢູ່ ຫວຽດນາມ - ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ນິວຊີແລນ ຢູ່ ອາຊີຕາເວັນອອກສ່ຽງໃຕ້.
ທ່ານເອກອັກຄະລັດຖະທູດ ປາດຖະໜາຢາກພັດທະນາການພົວພັນ ຫວຽດນາມ - ນິວຊີແລນ ໃຫ້ເລິກເຊິ່ງກ່ວາອີກ, ເພື່ອແນໃສ່ຍົກລະດັບການພົວພັນຂຶ້ນສູ່ລະດັບສູງໃໝ່. ຂອບໃຈທ່ານນາຍົກລັດຖະມົນຕີ ທີ່ໃຫ້ຄວາມສົນໃຈ ແລະ ທິດທາງ, ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຈະມານະພະຍາຍາມສົມທົບກັບບັນດາອົງການ, ກະຊວງ, ຂະແໜງການຂອງສອງປະເທດ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ເປັນຕົ້ນແມ່ນການຄ້າ ແລະການລົງທຶນ, ການຮ່ວມມືດ້ານການສຶກສາ, ກະສິກຳ, ຂົງເຂດໃໝ່ຄື: ການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດສີຂຽວ, ດິຈິຕອລ...

ທ່ານເອກອັກຄະລັດຖະທູດຍັງໄດ້ແບ່ງປັນແຜນການຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນຫວຽດນາມ - ນິວຊີແລນ ໃນປີ 2025, ໃນນັ້ນມີບັນດາການເຄື່ອນໄຫວພົບປະນັກທຸລະກິດ, ນັກສຶກສາທີ່ໄປຮ່ຳຮຽນຢູ່ ນິວຊີແລນ ຢູ່ ເຫ້ວ ແລະ ບາງທ້ອງຖິ່ນ.
ທ່ານນາຍົກລັດຖະມົນຕີ Pham Minh Chinh ຕີລາຄາສູງຄຳເຫັນຂອງທ່ານເອກອັກຄະລັດຖະທູດ Caroline Beresford ກ່ຽວກັບຄວາມຕ້ອງການໃຫ້ ຫວຽດນາມ ແລະ ນິວຊີແລນ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ; ເນັ້ນໜັກວ່າ ການນຳສອງປະເທດແບ່ງປັນຫຼາຍທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ແມ່ນພື້ນຖານເພື່ອໃຫ້ສອງປະເທດເພີ່ມທະວີການຮ່ວມມື, ປະກອບສ່ວນສ້າງສາພາກພື້ນອາຊີ - ປາຊີຟິກ ແລະ ມະຫາສະໝຸດອິນເດຍ ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ./.
ທີ່ມາ
(0)