ງານວາງສະແດງສິນຄ້າສົ່ງເສີມການຄ້າ - ຜະລິດຕະພັນອຸດສາຫະກຳຊົນນະບົດ ແລະ ຜະລິດຕະພັນ OCOP ປີ 2025, ຢູ່ສະໜາມຫຼວງ ຫງວຽນຟຸ໋ຈ້ອງ ແຕ່ວັນທີ 30 ຕຸລາ - 5 ພະຈິກ, ໂດຍກົມອຸດສາຫະກຳ ແລະ ການຄ້າ ສົມທົບກັນຈັດຕັ້ງ.
ກິດຈະກຳດັ່ງກ່າວແມ່ນສ່ວນໜຶ່ງຂອງຊຸດອາທິດວັດທະນະທຳ- ກິລາ -ທ່ອງທ່ຽວທີ່ຕິດພັນກັບງານບຸນ Om Bok, ແມ່ນກິດຈະກຳວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ.
ງານຕະຫຼາດນັດຄາດວ່າຈະມີຮ້ານວາງສະແດງ, ນັກທຸລະກິດຢູ່ພາຍໃນ ແລະ ຕ່າງປະເທດປະມານ 300 ຮ້ານເພື່ອວາງສະແດງ, ແນະນຳ ແລະ ໂຄສະນາບັນດາຜະລິດຕະພັນອຸດສາຫະກຳຊົນນະບົດ, ຜະລິດຕະພັນ OCOP, ພິເສດຂອງພາກພື້ນ...
ງານຕະຫຼາດນັດແມ່ນໂອກາດເພື່ອເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການ, ເປີດກວ້າງຕະຫຼາດຜູ້ບໍລິໂພກ, ແນະນຳແຮງຈູງໃຈດ້ານການລົງທຶນ, ທ່າແຮງ ດ້ານເສດຖະກິດ ແລະ ບັນດາໂຄງການສຳຄັນຂອງແຂວງ; ແລະ ເປັນໂອກາດເພື່ອຊຸກຍູ້ການເຊື່ອມຕໍ່ຕ່ອງໂສ້ມູນຄ່າລະຫວ່າງແຂວງວິ້ງລອງ ກັບບັນດາແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງ.
ສັງທອງ
ທີ່ມາ: https://baovinhlong.com.vn/kinh-te/202510/sap-dien-ra-hoi-cho-xuc-tien-thuong-mai-san-pham-cong-nghiep-nong-thon-va-ocop-d830a56/
(0)