ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ປຶກສາຫາລືຫຼາຍເນື້ອໃນສຳຄັນຄື: ພັດທະນາກິລາວິຊາຊີບຕິດພັນກັບວິທະຍາສາດ ແລະ ເສດຖະກິດ ກິລາ ເພື່ອຍົກສູງຄວາມສາມາດແຂ່ງຂັນກັບສາກົນ; ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງ, ຊາວໜຸ່ມ ແລະ ຄົນພິການ;
ອະນຸລັກຮັກສາ ແລະ ໂຄສະນາ ກິລາ ພື້ນເມືອງ, ເຊື່ອມໂຍງເຂົ້າກັບວັດທະນະທຳ ແລະ ເອກະລັກອາຊຽນ; ສ້າງຕັ້ງສູນກິລາທີ່ມີປະສິດທິພາບສູງອາຊຽນ ເພື່ອສ້າງສະພາບແວດລ້ອມແຫ່ງການຝຶກຊ້ອມ, ແລກປ່ຽນຄວາມຊ່ຽວຊານ ແລະ ປັບປຸງຄວາມສາມາດຂອງນັກກິລາ...
ນອກຈາກນັ້ນ, ກອງປະຊຸມຍັງໄດ້ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະຄູ່ເຈລະຈາ (ຍີ່ປຸ່ນ, ຈີນ, ສ.ເກົາຫຼີ ແລະ ອື່ນໆ) ແລະ ບັນດາອົງການຈັດຕັ້ງສາກົນ, ເສີມຂະຫຍາຍບົດບາດ ແລະຄວາມຮັບຜິດຊອບຂອງຫວຽດນາມ ໃນກົນໄກຮ່ວມມືພິເສດຂອງອາຊຽນ.

ກ່າວຄຳເຫັນ ທີ່ກອງປະຊຸມ, ທ່ານຮອງຜູ້ອຳນວຍການໃຫຍ່ຄະນະບໍລິຫານງານກິລາຫວຽດນາມ Le Thi Hoang Yen ໃຫ້ຮູ້ວ່າ: ກອງປະຊຸມແມ່ນໂອກາດສຳຄັນເພື່ອຢືນຢັນ ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ , ພ້ອມທັງຊຸກຍູ້ ການຮ່ວມມືດ້ານກິລາ ອາຊຽນ ໃຫ້ເລິກເຊິ່ງ ແລະ ກ້ວາງຂວາງ .
ທ່ານນາງ ເລທິຮວ່າງເຢືອງ ເນັ້ນໜັກວ່າ, ກອງປະຊຸມຍັງໄດ້ເປີດກາລະໂອກາດໃຫ້ ຫວຽດນາມ ເພີ່ມທະວີການພົວພັນກັບບັນດາປະເທດທີ່ມີກິລາພັດທະນາ. ເປີດກວ້າງການຮ່ວມມືກັບສາກົນ, ແບ່ງປັນປະສົບການໃນການຄຸ້ມຄອງ, ຝຶກອົບຮົມ ແລະ ພັດທະນາກິລາໃຫ້ມີ ປະສິດທິຜົນສູງ ແລະ ພັດທະນາແບບຍືນຍົງ .
ຕາມທ່ານນາງ ເລທິຮ່ວາງເຢືອງແລ້ວ, ກິລາໃນປະຈຸບັນບໍ່ພຽງແຕ່ຕິດພັນກັບບັນດາເປົ້າໝາຍຂອງການແຂ່ງຂັນຫຼືຜົນສຳເລັດເທົ່ານັ້ນ; ແຕ່ຍັງ ເປັນຂົວຕໍ່ຊຸກຍູ້ ສັນຕິພາບ , ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາລະຫວ່າງບັນດາປະເທດ .
ໃນຖານະທີ່ ເປັນປະເທດເຈົ້າພາບ , ຫວຽດນາມ ມີໂອກາດ ແລກປ່ຽນບົດຮຽນ ແລະ ແບ່ງປັນບົດຮຽນຈາກ ກິລາທີ່ພັດທະນາຢູ່ພາກພື້ນ, ເພື່ອ ຍົກສູງລະດັບກິລາຫວຽດນາມ ໃນເວທີສາກົນ .
ທີ່ມາ: https://baovanhoa.vn/the-thao/huong-toi-phat-trien-the-thao-ben-vung-173618.html
(0)