ຜູ້ອຳນວຍການໃຫຍ່ IMF ຫວັງວ່າ ຫວຽດນາມ ສາມາດແບ່ງປັນບັນດາປະສົບການ ແລະ ປະສົບຜົນສຳເລັດຂອງພື້ນຖານ ເສດຖະກິດ ຫວຽດນາມ ກັບບັນດາປະເທດ, ພິເສດແມ່ນບັນດາຄູ່ຮ່ວມມືໃນພາກພື້ນອາຟຼິກາ.

ຕາມຂ່າວສານຊິນຮວາ: ຕອນເຊົ້າວັນທີ 24 ກັນຍານີ້ຕາມເວລາທ້ອງຖິ່ນ, ໃນຂອບເຂດການເດີນທາງໄປຮ່ວມກອງປະຊຸມສຸດຍອດອະນາຄົດ, ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 79 ແລະ ເຮັດວຽກຢູ່ອາເມລິກາ, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ໄດ້ໃຫ້ການຕ້ອນຮັບທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF).
ທີ່ການພົບປະ, ຜູ້ອຳນວຍການໃຫຍ່ IMF ຢືນຢັນວ່າ ຫວຽດນາມ ແລະ ອາຊຽນ ແມ່ນຈຸດພົ້ນເດັ່ນຂອງການເຕີບໂຕຂອງພື້ນຖານເສດຖະກິດໂລກ, ພິເສດແມ່ນໃນໄລຍະຫຍຸ້ງຍາກເມື່ອພື້ນຖານເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກ.
ຜູ້ອຳນວຍການໃຫຍ່ IMF ເຊື່ອໝັ້ນວ່າ ຄວາມຢືດຢຸ່ນ, ການປັບຕົວ ແລະ ການເຕີບໂຕແບບຍືນຍົງຂອງເສດຖະກິດຫວຽດນາມ ຢືນຢູ່ໃນ 2 ເສົາຄ້ຳທີ່ໜັກແໜ້ນ, ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນຊຸມປີຜ່ານມາ. ນີ້ແມ່ນສະຖາບັນທີ່ເຂັ້ມແຂງ ແລະ ຄົບຖ້ວນນັບມື້ນັບເພີ່ມຂຶ້ນ ແລະ ເປັນວິທີການທີ່ໃຫ້ບຸລິມະສິດການເຕີບໂຕໃນຂະນະທີ່ຮັບປະກັນຄວາມສາມັກຄີໃນການສ້າງນະໂຍບາຍເສດຖະກິດມະຫາພາກ.
ຜູ້ອຳນວຍການໃຫຍ່ IMF ຫວັງວ່າ ຫວຽດນາມ ສາມາດແບ່ງປັນບັນດາປະສົບການ ແລະ ປະສົບຜົນສຳເລັດຂອງພື້ນຖານເສດຖະກິດຫວຽດນາມ ກັບບັນດາປະເທດ, ພິເສດແມ່ນບັນດາຄູ່ຮ່ວມມືໃນພາກພື້ນອາຟຼິກາ.
ທ່ານນາງ Kristalina ໃຫ້ຮູ້ວ່າ: ຕະຫຼອດໄລຍະການພັດທະນາຂອງຫວຽດນາມ, IMF ຍາມໃດກໍ່ແມ່ນເພື່ອນມິດທີ່ດີ, ເປັນເພື່ອນມິດທີ່ດີໃນການໜູນຊ່ວຍຫວຽດນາມ ຍົກສູງຄຸນນະພາບການເຕີບໂຕ; ພ້ອມກັນນັ້ນ, ທ່ານນາງຢືນຢັນຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍຫວຽດນາມ ປະຕິບັດບັນດາຈຸດໝາຍພັດທະນາໃນໄລຍະຈະມາເຖິງ ໂດຍຜ່ານການຊຸກຍູ້ການປະຕິຮູບ ແລະ ຄຸ້ມຄອງຄວາມສ່ຽງ, ມຸ່ງໄປເຖິງຈຸດໝາຍກາຍເປັນປະເທດມີລາຍຮັບສູງໃນປີ 2045.

ທ່ານເລຂາທິການໃຫຍ່ ແລະປະທານປະເທດ To Lam ອວຍພອນທ່ານນາງ Kristilina ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ IMF; ຕີລາຄາສູງບົດບາດສຳຄັນຂອງ IMF ໃນການຕິດຕາມກວດກາຄວາມໝັ້ນຄົງດ້ານເສດຖະກິດມະຫາພາກ, ແນະນຳບັນດາປະເທດໃນການກໍ່ສ້າງນະໂຍບາຍຮັກສາສະຖຽນລະພາບຂອງລະບົບການເງິນ, ຫຼຸດຜ່ອນຄວາມທຸກຍາກ, ບັນລຸການເຕີບໂຕເສດຖະກິດແບບຍືນຍົງ, ດຸ່ນດ່ຽງ, ຮອບດ້ານ ແລະ ແກ້ໄຂການປ່ຽນແປງຂອງດິນຟ້າອາກາດ.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນ 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ແລະ ພວມຢືນຢູ່ຈຸດເລີ່ມຕົ້ນຂອງຍຸກໃໝ່, ມຸ່ງໄປເຖິງບັນດາເຫດການສຳຄັນຄື: ຄົບຮອບ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ໃນປີ 2030 ແລະ 100 ປີແຫ່ງວັນສ້າງຕັ້ງປະເທດໃນປີ 2045.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ປາດຖະໜາວ່າ IMF ສືບຕໍ່ໜູນຊ່ວຍຫວຽດນາມ ປະຕິບັດວິໄສທັດ, ຊຸກຍູ້ການສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ ແລະພັດທະນາເຕັກໂນໂລຢີໃໝ່, ໃນນັ້ນມີປັນຍາປະດິດ, ສົມທົບກັບການຮັບປະກັນສັງຄົມ, ລຶບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ ບົນຈິດໃຈເອົາປະຊາຊົນເປັນໃຈກາງ, ບໍ່ຖິ້ມໃຜໄວ້ຂ້າງຫຼັງ.
ດ້ວຍຖານະ ແລະ ຄວາມເຂັ້ມແຂງອັນໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຢືນຢັນຄືນຄຳໝັ້ນສັນຍາອັນໜັກແໜ້ນຂອງຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດ ແລະຄວາມຮັບຜິດຊອບຂອງຕົນໃນການແກ້ໄຂບັນດາບັນຫາທົ່ວໂລກ, ເພື່ອໂລກສັນຕິພາບ ແລະ ວັດທະນາຖາວອນ./.
ທີ່ມາ
(0)