ຄະນະກຳມະການເລືອກຕັ້ງຂອງອິນໂດເນເຊຍປະກາດວ່າ, ທ່ານ Prabowo Subianto ລັດຖະມົນຕີປ້ອງກັນປະເທດໄດ້ຊະນະການເລືອກຕັ້ງປະທານາທິບໍດີໃນວັນທີ 14 ກຸມພານີ້, ໂດຍໄດ້ຮັບ 59% ຂອງຄະແນນສຽງ, ລື່ນກາຍຄູ່ແຂ່ງສອງທ່ານ Anie Baswedan ແລະ Ganjar Pranowo ເຊິ່ງໄດ້ຮັບ 25% ແລະ 16% ຂອງຄະແນນສຽງຕາມລຳດັບ.
ລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ ແລະຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີ Prabowo Subianto ກ່າວຄຳປາໄສໃນລະຫວ່າງການໂຮມຊຸມນຸມໂຄສະນາຢູ່ນະຄອນຫຼວງຈາກາຕາໃນວັນທີ 26 ມັງກອນນີ້.
ຄະນະກຳມະການເລືອກຕັ້ງຂອງອິນໂດເນເຊຍຍັງປະກາດວ່າ: ພັກ PDI-P ຂອງອິນໂດເນເຊຍໄດ້ຮັບຄະແນນສຽງຫຼາຍທີ່ສຸດໃນການເລືອກຕັ້ງ ລັດຖະສະພາ ທີ່ຈັດຂຶ້ນໃນມື້ດຽວກັນ, ຮອງລົງມາແມ່ນພັກ Golkar, ແລະ ພັກ Gerindra ຂອງ Prabowo ຢູ່ອັນດັບ 3.
ທ່ານ Prabowo (ອາຍຸ 73 ປີ) ຄາດວ່າຈະເຂົ້າຮັບຕຳແໜ່ງຈາກປະທານາທິບໍດີອິນໂດເນເຊຍ Joko Widodo ໃນເດືອນຕຸລາ.
ທ່ານ Prabowo ຕິດຕາມອາຊີບທະຫານມາເປັນເວລາ 28 ປີກ່ອນເຂົ້າສູ່ການດຳເນີນທຸລະກິດແລະ ການເມືອງ . ຮອງປະທານາທິບໍດີ Gibran Rakabuming Raka (ອາຍຸ 37 ປີ) ແຂ່ງຂັນກັບທ່ານ Prabowo ແມ່ນລູກຊາຍຂອງປະທານາທິບໍດີ Joko Widodo.
ໃນໄລຍະໂຄສະນາຫາສຽງຂອງທ່ານ, ທ່ານ Prabowo ໄດ້ປະກາດວ່າ ຈະພະຍາຍາມຮັກສາການພົວພັນທາງບວກກັບທຸກປະເທດ, ດ້ວຍນະໂຍບາຍການຕ່າງປະເທດທີ່ບໍ່ເຂົ້າຮ່ວມຂອງອິນໂດເນເຊຍ ແລະ ດຳເນີນນະໂຍບາຍບ້ານໃກ້ເຮືອນຄຽງທີ່ດີ. ລາວເອົາໃຈໃສ່ເສີມສ້າງ ກຳລັງທະຫານ ປ້ອງກັນປະເທດ.
ຍຸດທະສາດຂອງທ່ານ Prabowo ແມ່ນເພີ່ມທະວີຄວາມຈະເລີນຮຸ່ງເຮືອງຂອງປະເທດ, ປັບປຸງຄຸນນະພາບຊີວິດການເປັນຢູ່ ແລະ ສະໜອງທາດບຳລຸງໃຫ້ແກ່ເດັກນ້ອຍອິນໂດເນເຊຍທັງໝົດ. ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາຫຼາຍຢ່າງໃນການກໍ່ສ້າງເຮືອນ, ໂຮງໝໍ, ສຸກສາລາ ແລະ ລົງທຶນດ້ານການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ.
ແຫຼ່ງທີ່ມາ
(0)