ມື້ນີ້ (17 ມັງກອນ), ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອີຣານ Masoud Pezeshkian ໄດ້ພົບປະເຈລະຈາຢູ່ນະຄອນຫຼວງ ມົດສະກູ ກ່ອນການລົງນາມໃນສົນທິສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານ ລັດເຊຍ - ອີຣານ, ລວມທັງການເພີ່ມທະວີການພົວພັນດ້ານປ້ອງກັນຊາດສອງຝ່າຍ.
ວັນທີ 17 ມັງກອນນີ້, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຕ້ອນຮັບທ່ານປະທານາທິບໍດີອີຣານ Masoud Pezeshkian ທີ່ວັງ Kremlin.
ທ່ານ Masoud Pezeshkian ໄດ້ໄປຢ້ຽມຢາມວັງ Kremlin ເປັນເທື່ອທຳອິດນັບແຕ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອີຣານ ເມື່ອເດືອນກໍລະກົດ ປີ 2024, ທ່ານ Masoud Pezeshkian ໃຫ້ຮູ້ວ່າ: ຣັດເຊຍ ແລະ ອີຣານ ອາດຈະປິດຂໍ້ຕົກລົງສ້າງໂຮງໄຟຟ້ານິວເຄຼຍແຫ່ງໃໝ່ຢູ່ອີຣານ ດ້ວຍການຊ່ວຍເຫຼືອຈາກລັດເຊຍ.
ຣັດເຊຍໄດ້ຊ່ວຍອີຣ່ານສ້າງໂຮງງານໄຟຟ້ານິວເຄຼຍແຫ່ງທຳອິດຢູ່ Bushehr ເຊິ່ງໄດ້ເປີດນຳໃຊ້ໃນປີ 2013.
ສ່ວນທ່ານປະທານາທິບໍດີ ປູຕິນ ໃຫ້ຮູ້ວ່າ, ສອງຝ່າຍໄດ້ປຶກສາຫາລືທຸກຂົງເຂດຂອງການຮ່ວມມືສອງຝ່າຍ ແລະ ມຸ່ງໄປເຖິງການລົງນາມໃນສົນທິສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານ.
"ພວກເຮົາໄດ້ໃຊ້ເວລາຫຼາຍໃນການເຮັດວຽກກັບມັນແລະຂ້າພະເຈົ້າດີໃຈທີ່ສຸດທີ່ທຸກສິ່ງທຸກຢ່າງໄດ້ສໍາເລັດ," TASS ອ້າງຄໍາເວົ້າຂອງຜູ້ນໍາວັງ Kremlin ກ່າວ.
ຄາດວ່າສົນທິສັນຍາດັ່ງກ່າວຈະເປັນຈຸດຫັນປ່ຽນໃນການພົວພັນລັດເຊຍ - ອີຣານ ແລະ ເປີດກາລະໂອກາດໃໝ່ໃນບັນດາຂົງເຂດເຊັ່ນ: ການທະຫານ , ຕ້ານການກໍ່ການຮ້າຍ, ພະລັງງານ, ການເງິນ, ການຂົນສົ່ງ, ອຸດສາຫະກຳ, ກະສິກຳ, ວັດທະນະທຳ, ວິທະຍາສາດ ແລະ ເຕັກໂນໂລຊີ.
Tehran ຈະບໍ່ເປັນນະຄອນຫຼວງຂອງອີຣ່ານອີກຕໍ່ໄປ?
ສັນຍາ 20 ປີ ຣັດເຊຍ ແລະ ອີຣານ ຄາດວ່າຈະບໍ່ລວມເອົາຂໍ້ບັງຄັບດ້ານປ້ອງກັນຊາດສອງຝ່າຍຄືກັບ ເບລາຣຸດ ແລະ ເກົາຫຼີເໜືອ, ແຕ່ Reuters ໄດ້ອ້າງຄຳເວົ້າຂອງບັນດານັກສັງເກດການທີ່ກ່າວວ່າ, ປະເທດຕາເວັນຕົກມີແນວໂນ້ມທີ່ຈະຍັງຮູ້ສຶກເປັນຫ່ວງເມື່ອເຫັນ ມົສກູ ແລະ ເຕຫະຣ່ານ ຫຍັບເຂົ້າໃກ້ກັນ.
ອີຣານ ແລະ ລັດເຊຍ ຢືນຢັນວ່າ ການຮັດແໜ້ນການພົວພັນລະຫວ່າງສອງປະເທດບໍ່ແມ່ນມຸ່ງໄປເຖິງປະເທດໃດໜຶ່ງໂດຍກົງ.
ວັງ Kremlin ບໍ່ໄດ້ຕອບຄຳຖາມກ່ຽວກັບວ່າຕົນຈະຊື້ລູກສອນໄຟຂີປະນາວຸດຂອງອີຣານ, ແຕ່ກ່າວວ່າ ການຮ່ວມມືກັບເຕເຮຣານ ລວມມີ “ຂົງເຂດທີ່ອ່ອນໄຫວທີ່ສຸດ”.
ຜ່ານມາ, ລັດເຊຍ ໄດ້ສະໜອງລະບົບປ້ອງກັນລູກສອນໄຟ S-300 ໃຫ້ແກ່ອີຣານ ແລະ ສື່ມວນຊົນຂອງ ອີຣານ ໄດ້ກ່າວເຖິງວ່າ ເຕເຮຣານ ຕ້ອງການຊື້ອາວຸດທີ່ທັນສະໄໝກວ່າເຊັ່ນ S-400 ແລະ ເຮືອບິນສູ້ຮົບທີ່ທັນສະໄໝຂອງລັດເຊຍ.
ທີ່ມາ: https://thanhnien.vn/nga-iran-ky-hiep-uoc-chien-luoc-toan-dien-185250117194334368.htm
(0)