ຕາມອົງການຮ່ວມມືສາກົນຍີ່ປຸ່ນ (JICA), ໃນເດືອນກັນຍາ ແລະ ຕຸລາ 2025, ຫວຽດນາມ ໄດ້ປະສົບກັບໄພທຳມະຊາດຄັ້ງໃຫຍ່ຕິດຕໍ່ກັນ, ໃນນັ້ນມີພະຍຸເລກ 8 (Mitag), 9 (Ragasa), 10 (Bualoi) ແລະ 11 (Matmo) ພ້ອມກັບໄພນ້ຳຖ້ວມຢູ່ຫຼາຍທ້ອງຖິ່ນ.
ໂດຍສະເພາະ, ພາຍຸ Mitag ແລະ Ragasa ໄດ້ພັດເຂົ້າເຂດພາກເໜືອ ແລະ ພາກກາງໃນຕົ້ນເດືອນກັນຍາ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຢ່າງໜັກໜ່ວງຕໍ່ພື້ນຖານໂຄງລ່າງ ແລະ ການຜະລິດ ກະສິກຳ . ທ້າຍເດືອນກັນຍາຜ່ານມາ, ລົມພາຍຸ Bualoi ໄດ້ສືບຕໍ່ພັດເຂົ້າຝັ່ງແຂວງ Nghe An ແລະ Ha Tinh, ເຮັດໃຫ້ເກີດໄພນ້ຳຖ້ວມຢ່າງກວ້າງຂວາງ. ກ່ອນທີ່ນໍ້າຖ້ວມຈະຫລຸດລົງ, ລົມພະຍຸ Matmo (ເລກ 11) ໄດ້ພັດເຂົ້າໃສ່ບັນດາແຂວງພາກເໜືອ, ເຮັດໃຫ້ລະດັບນໍ້າຂອງແມ່ນໍ້າຂຶ້ນສູງເກີນລະດັບທີ່ບັນທຶກໄວ້, ເຮັດໃຫ້ເກີດຜົນສະທ້ອນຮ້າຍແຮງ, ໂດຍສະເພາະຢູ່ແຂວງ ບັກນິງ ແລະ ໄທຫງວຽນ.
![]() |
ພິທີມອບ-ຮັບເຄື່ອງບັນເທົາທຸກສຸກເສີນຈາກ ລັດຖະບານ ຍີ່ປຸ່ນໃນວັນທີ 13 ຕຸລາ. (ພາບ: JICA) |
ໂດຍປະເຊີນກັບສະພາບການສຸກເສີນນີ້, ລັດຖະບານຫວຽດນາມ ໄດ້ຮຽກຮ້ອງການຊ່ວຍເຫຼືອຈາກສາກົນ. ເພື່ອຕອບສະໜອງ, ລັດຖະບານຍີ່ປຸ່ນ, ໂດຍຜ່ານ JICA ໄດ້ຕົກລົງຜັນຂະຫຍາຍໂຄງການຊ່ວຍເຫຼືອໄພພິບັດສຸກເສີນ, ໄດ້ມອບສິ່ງຂອງທີ່ຈຳເປັນເຊັ່ນ: ເຄື່ອງກອງນ້ຳ, ຜ້າຫົ່ມ, ແຜ່ນປຼາສະຕິກອະເນກປະສົງ, ກະປ໋ອງປຼາສະຕິກ ແລະ ອື່ນໆ.
ສິນຄ້າທັງໝົດໄດ້ຂົນສົ່ງຈາກສາງຂອງອົງການໄຈກາ ແລະ ມາຮອດສະໜາມບິນໂນຍບ໋າຍໃນວັນທີ 13 ຕຸລານີ້, ພິທີມອບຮັບໄດ້ຈັດຂຶ້ນໃນວັນດຽວກັນດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ກະຊວງການຕ່າງປະເທດຫວຽດນາມ ແລະ ຫ້ອງການອົງການໄຈກາປະຈຳຫວຽດນາມ. ກົມຄຸ້ມຄອງເຂື່ອນໄຟຟ້າ ແລະ ຕ້ານໄພພິບັດທຳມະຊາດ ໄດ້ຮັບເຄື່ອງບັນເທົາທຸກ ແລະ ໃຫ້ຮູ້ວ່າ ຈະຮີບຮ້ອນສົມທົບ ແລະ ແຈກຢາຍໃຫ້ບັນດາເຂດປະສົບໄພໜັກໜ່ວງ, ໂດຍໃຫ້ແຂວງ ບັກນິງ ບຸລິມະສິດ.
![]() |
ເຄື່ອງຊ່ວຍເຫຼືອຖືກຍົກອອກຈາກເຮືອບິນຢູ່ສະໜາມບິນ Noi Bai. (ພາບ: JICA) |
ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ Kobayashi Yosuke, ຫົວໜ້າຜູ້ຕາງໜ້າສຳນັກງານ JICA ປະຈຳ ຫວຽດນາມ ເນັ້ນໜັກວ່າ: “ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາໜູນຊ່ວຍປະຊາຊົນຫວຽດນາມ ໃນໄລຍະປະສົບກັບຄວາມຫຍຸ້ງຍາກນີ້, ເຄື່ອງຊ່ວຍເຫຼືອສຸກເສີນຈະໄດ້ມອບໃຫ້ປະຊາຊົນໂດຍໄວ, ປະກອບສ່ວນເຂົ້າໃນການຟື້ນຟູຊີວິດທີ່ໝັ້ນຄົງ.”
ຜູ້ຕາງໜ້າອົງການໄຈກາ ກໍ່ຢັ້ງຢືນວ່າ: ການໜູນຊ່ວຍນີ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ, ການພົວພັນຄູ່ຮ່ວມມືອັນແໜ້ນແຟ້ນລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ, ພິເສດແມ່ນໃນຈຸດເວລາທີ່ຫຍຸ້ງຍາກ, ຈິດໃຈການຮ່ວມມືດ້ານມະນຸດສະທຳນັບມື້ນັບມີຄຸນຄ່າກວ່າອີກ.
ທີ່ມາ: https://thoidai.com.vn/nhat-ban-gui-hang-cuu-tro-khan-cap-giup-viet-nam-khac-phuc-hau-qua-bao-lu-216936.html
(0)