Vietnam.vn - Nền tảng quảng bá Việt Nam

ອີຣ່ານ ແລະ ແບນຊິກ ແລກປ່ຽນນັກໂທດ

Báo Sài Gòn Giải phóngBáo Sài Gòn Giải phóng28/05/2023


ກະ​ຊວງ ​ການ​ຕ່າງ​ປະ​ເທດ ​ໂອ​ມານ​ກ່າວ​ວ່າ, ພາຍ​ໃຕ້​ການ​ໄກ່​ເກ່ຍ​ຂອງ​ຕົນ, ປະ​ເທດ​ແບນ​ຊິກ ແລະ ອີ​ຣ່ານ ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ເພື່ອ​ປ່ອຍ​ຕົວ​ບຸກ​ຄົນ​ທີ່​ສອງ​ຝ່າຍ​ຖືກ​ກັກ​ຂັງ.

ຕາມ​ຂ່າວສານ Al Jazeera ແລ້ວ, ຖະ​ແຫຼ​ງການ​ຂອງ ​ກະຊວງ​ການ​ຕ່າງປະ​ເທດ ​ໂອ​ມານ ​ໃຫ້​ຮູ້​ວ່າ, ຕາມ​ຂໍ້​ຕົກລົງ​ທີ່​ຫາ​ກໍ່​ບັນລຸ​ໄດ້, ອີຣານ ​ໄດ້​ປ່ອຍ​ຕົວ​ພະນັກງານ​ຊ່ວຍ​ເຫຼືອຊາວ​ແບນ​ຊິກ​ຄົນ​ໜຶ່ງ, ​ໃນ​ຂະນະ​ທີ່ Brussels ​ໄດ້​ສົ່ງ​ນັກ​ການ​ທູດ​ຄືນ​ໜຶ່ງ​ໄປ Tehran. ການ​ແລກປ່ຽນ​ນັກ​ໂທດ​ໄດ້​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ Muscat ຂອງ​ປະ​ເທດ​ໂອ​ມານ​ໃນ​ວັນ​ທີ 26 ພຶດສະພາ​ນີ້.

ພະນັກງານ​ຊ່ວຍ​ເຫຼືອຊາວ​ແບນ​ຊິກ​ຄົນ​ນີ້​ໄດ້​ຖືກ​ຈັບ​ໂດຍ​ເຈົ້າ​ໜ້າ​ທີ່​ອີຣານ ​ໃນ​ເດືອນ​ກຸມພາ​ປີ​ກາຍ​ນີ້ ​ແລະ​ຖືກ​ຕັດສິນ​ລົງ​ໂທດ​ຈຳ​ຄຸກ 40 ປີ ​ໃນ​ຂໍ້​ຫາ​ສືບ​ລັບ 74 ຂໍ້. ເຫດການດັ່ງກ່າວ ມີຂຶ້ນບໍ່ເທົ່າໃດເດືອນ ຫຼັງຈາກປະເທດແບນຊິກ ໄດ້ຕັດສິນໂທດນັກການທູດອີຣ່ານຄົນນຶ່ງ ໃຫ້ຈຳຄຸກ 20 ປີ ໃນຂໍ້ຫາມີສ່ວນພົວພັນກັບການວາງລະເບີດ ໃນປະເທດຝຣັ່ງ.



ທີ່ມາ

(0)

ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.
ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ

ມໍລະດົກ

ຮູບ

ທຸລະກິດ

ຮ້ານກາເຟ ດາລາດ ເຫັນວ່າມີລູກຄ້າເພີ່ມຂຶ້ນ 300% ຍ້ອນວ່າ ເຈົ້າຂອງຫຼິ້ນລະຄອນ 'ລະຄອນສິລະປະການຕໍ່ສູ້'

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ