ປະຊາຊົນໄດ້ຊົມເຊີຍຂະນະທີ່ເຮືອບິນເຮລິຄອບເຕີຂອງອິສຣາແອນໄດ້ນຳເອົາຕົວປະກັນກັບຄືນມາຈາກເຂດກາຊາ (ພາບ: AP).
ໂຄສົກກະຊວງ ການຕ່າງປະເທດ ກາຕາກ່າວໃນບັນຊີສື່ສັງຄົມ X ວັນທີ 27 ພະຈິກນີ້ວ່າ: ສອງຝ່າຍ (ອິສຣາແອນ ແລະ ຮາມາສ) ບັນລຸໄດ້ຂໍ້ຕົກລົງທີ່ຈະແກ່ຍາວເວລາຢຸດຍິງອີກ 2 ວັນຢູ່ເຂດກາຊາ.
Hamas ຍັງໄດ້ອອກຖະແຫຼງການຢືນຢັນການຕໍ່ອາຍຸການຢຸດຍິງ ແລະ ໄດ້ຮັບຮູ້ຄວາມມານະພະຍາຍາມໄກ່ເກ່ຍຂອງກາຕາ ແລະ ອີຢິບ.
"ຂ້າພະເຈົ້າຫວັງວ່າພວກເຮົາສາມາດກ້າວໄປສູ່ການຢຸດຕິການຂັດແຍ້ງນີ້," Ghazi Hamad, ສະມາຊິກອາວຸໂສຂອງ Hamas ກ່າວ.
ທ່ານ Mark Regev ທີ່ປຶກສາອາວຸໂສຂອງ ນາຍົກລັດຖະມົນຕີ ອິສຣາແອລ ຢືນຢັນການຕໍ່ເວລາການຢຸດຍິງ. ເຈົ້າໜ້າທີ່ທ່ານນີ້ຍັງກ່າວເນັ້ນວ່າ, ຂໍ້ຕົກລົງດັ່ງກ່າວຈະມີຜົນສັກສິດພາຍຫຼັງ Hamas ໄດ້ສຳເລັດການປ່ອຍຕົວຕົວປະກັນໃນວັນທີ 27 ພະຈິກນີ້.
ທ່ານ Regev ກ່າວວ່າ ພວກຕົວປະກັນທີ່ຖືກປ່ອຍອອກມາໃນສອງມື້ຂ້າງໜ້ານີ້ ຍັງຈະເປັນແມ່ຍິງ ແລະເດັກນ້ອຍ. ທ່ານໄດ້ຂອບໃຈທ່ານປະທານາທິບໍດີອາເມລິກາ Joe Biden ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍໃຫ້ສອງຝ່າຍບັນລຸຂໍ້ຕົກລົງ.
ທີ່ປຶກສາອາວຸໂສຂອງນາຍົກລັດຖະມົນຕີ ອິດສະຣາແອນ ເນັ້ນໜັກວ່າ: “ພວກເຮົາຈະບໍ່ຢຸດຈົນກວ່າບັນດາຕົວປະກັນທັງໝົດຈະຖືກປ່ອຍຕົວ”.
ຍັງບໍ່ທັນມີລາຍລະອຽດກ່ຽວກັບຂໍ້ຕົກລົງສະບັບໃໝ່ໄດ້ເປີດເຜີຍໃນທັນທີ, ແຕ່ທ່ານ Diaa Rashwan, ເຈົ້າໜ້າທີ່ອີຢິບ ກ່າວວ່າ ຂໍ້ຕົກລົງດັ່ງກ່າວສາມາດລວມເຖິງການປ່ອຍຕົວປະກັນຊາວອິດສະຣາແອນ 20 ຄົນ ແລະ ນັກໂທດຊາວປາແລັດສະໄຕ 60 ຄົນ.
ອາທິດແລ້ວນີ້, ຜ່ານການໄກ່ເກ່ຍຂອງກາຕາ, ອິດສະຣາແອນ ແລະ ຮາມາສ ໄດ້ບັນລຸການຢຸດຍິງຊົ່ວຄາວ 4 ມື້ ເຊິ່ງອະນຸຍາດໃຫ້ປ່ອຍຕົວຕົວປະກັນຢ່າງໜ້ອຍ 50 ຄົນ, ສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍ, ຢູ່ໃນເຂດກາຊາ.
ໃນການຕອບໂຕ້, ອິດສະຣາແອນໄດ້ຕົກລົງທີ່ຈະປ່ອຍຕົວແມ່ຍິງແລະເດັກນ້ອຍຊາວປາແລັດສະໄຕທີ່ຖືກຄຸມຂັງຢູ່ໃນຄຸກຂອງອິດສະຣາແອນ. ການຢຸດຍິງຍັງໄດ້ອະນຸຍາດໃຫ້ຂະບວນລົດຊ່ອຍເຫຼືອດ້ານມະນຸດສະທຳເຂົ້າໄປໃນເຂດກາຊາ.
ວັນທີ 27 ພະຈິກນີ້, ແມ່ນມື້ສຸດທ້າຍຂອງສັນຍາຢຸດຍິງເບື້ອງຕົ້ນ, ກອງທັບອິສຣາແອນກ່າວວ່າ, ກຸ່ມ Hamas ໄດ້ປ່ອຍຕົວຕົວປະກັນ 11 ຄົນ, ໃນນັ້ນມີຊາວຝະລັ່ງ 3 ຄົນ, ເຢຍລະມັນ 2 ຄົນ ແລະ ອາກຊັງຕິນ 6 ຄົນ. ໃນການຕອບໂຕ້, ອິດສະຣາແອນໄດ້ປ່ອຍຕົວນັກໂທດປາແລັດສະໄຕ 33 ຄົນ.
ດັ່ງນັ້ນ, ໃນໄລຍະຢຸດຍິງເປັນເວລາ 4 ວັນ, ກຸ່ມ Hamas ໄດ້ປ່ອຍຕົວຕົວປະກັນ 69 ຄົນ. ໃນຂະນະນັ້ນ, ອິດສະຣາແອນໄດ້ປ່ອຍຕົວນັກໂທດປາແລັດສະໄຕ 150 ຄົນທີ່ຖືກກັກຂັງຢູ່ປະເທດນີ້.
ກ່ອນການແລກປ່ຽນຕົວປະກັນຄັ້ງນີ້, ອິດສະຣາແອນກ່າວວ່າ, ກຸ່ມ Hamas ຍັງຈັບຕົວປະກັນ 184 ຄົນ, ໃນນັ້ນມີຊາວຕ່າງປະເທດ 14 ຄົນ ແລະ ຊາວ ອິດສະຣາແອນ 80 ຄົນທີ່ມີສັນຊາດສອງຝ່າຍ.
ລັດຖະມົນຕີປ້ອງກັນປະເທດອິສຣາແອລ ທ່ານ Yoav Gallant ໄດ້ເຕືອນວ່າ ກອງທັບຂອງປະເທດຈະທໍາການໂຈມຕີທີ່ມີພະລັງຫລາຍຂຶ້ນ ເມື່ອການຢຸດຍິງໝົດລົງ. ທ່ານກ່າວວ່າ, ເມື່ອການປະທະກັນຟື້ນຟູຄືນໃໝ່, ພວກເຮົາຈະລະດົມກຳລັງຕື່ມອີກ ແລະບຸກໂຈມຕີເຂດ Gaza ທັງໝົດ.
ກ່ອນໜ້ານີ້ ນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ຍັງປະກາດວ່າ Tel Aviv ຕ້ອງການຂະຫຍາຍການຢຸດຍິງກັບ Hamas ແຕ່ຍັງສາມາດສຸມໃສ່ການບຸກໂຈມຕີບັນດາກຳລັງປະກອບອາວຸດຂອງ ປາແລັດສະໄຕ ພາຍຫຼັງການຢຸດຕິການຢຸດຍິງ.
ການປະທະກັນຂອງອິດສະຣາແອນ-ຮາມາສໄດ້ເກີດຂຶ້ນອີກໃນວັນທີ 7 ຕຸລາ ຫຼັງຈາກໄດ້ມິດງຽບມາເປັນເວລາ 2 ປີ. ການປະທະກັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 1,200 ຄົນໃນອິດສະຣາແອນ ແລະປະມານ 16,000 ຄົນໃນເຂດ Gaza.
ທີ່ມາ
(0)