
ແບ່ງປັນກັບນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານນາງ Liz Bell, CEO ຂອງ ANZBC ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງປະຊາຄົມວິສາຫະກິດຂອງສອງປະເທດ, ພິເສດແມ່ນໃນສະພາບການປີ 2025 ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ແລະ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ.
ຕາມທ່ານນາງ Bell ແລ້ວ, ການພົວພັນສອງປະເທດທີ່ເຂັ້ມແຂງແມ່ນພື້ນຖານສຳຄັນເພື່ອຊຸກຍູ້ວິສາຫະກິດຂອງສອງປະເທດເປີດກວ້າງການຮ່ວມມື. ທ່ານນາງ Bell ກ່າວວ່າ “ເມື່ອຜູ້ນຳຂອງທັງສອງປະເທດເຮັດວຽກຢ່າງມີປະສິດທິຜົນ, ວິສາຫະກິດຍັງມີຄວາມໝັ້ນໃຈທີ່ຈະຊອກຫາກາລະໂອກາດຮ່ວມມື,”.
ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນນິວຊີແລນລວມມີວິສາຫະກິດ 20 ກວ່າແຫ່ງທີ່ດຳເນີນທຸລະກິດໃນຫຼາຍຂະແໜງການເຊັ່ນ: ອາຫານ ແລະ ເຄື່ອງດື່ມ, ເຕັກໂນໂລຊີ, ການສຶກສາ, ພື້ນຖານໂຄງລ່າງ, ການລົງທຶນ ແລະ ຜະລິດຕະພັນຮັກສາສຸຂະພາບ. ເປັນໜ້າສັງເກດ, ບັນດາວິສາຫະກິດ ກະສິກຳ ເຕັກໂນໂລຊີສູງທີ່ເຂົ້າຮ່ວມຄະນະຜູ້ແທນລ້ວນແຕ່ປາດຖະໜາຢາກແນະນຳບັນດາວິທີແກ້ໄຂເຕັກໂນໂລຊີໃໝ່ໃຫ້ແກ່ຂະແໜງການປຸງແຕ່ງ ແລະ ຜະລິດສະບຽງອາຫານຫວຽດນາມ - ແມ່ນຂົງເຂດທີ່ທ່ານນາງ Bell ຕີລາຄາວ່າມີຄວາມສາມາດບົ່ມຊ້ອນໃນການຮ່ວມມືອັນໃຫຍ່ຫຼວງ.
ນີ້ໄດ້ຮັບຖືວ່າເປັນການຢ້ຽມຢາມສົ່ງເສີມການຄ້າໂດຍກົງໃຫຍ່ທີ່ສຸດຂອງ ນິວຊີແລນ ມາ ຫວຽດນາມ ໃນ 5 ປີຜ່ານມາ, ໄດ້ສະແດງໃຫ້ເຫັນຄວາມສົນໃຈຂອງບັນດາວິສາຫະກິດ ນິວຊີແລນ ເຂົ້າສູ່ຕະຫຼາດ ຫວຽດນາມ, ແມ່ນສູນການຜະລິດ ແລະ ຂົນສົ່ງສິນຄ້າຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ທ່ານນາງ Bell ໃຫ້ຮູ້ວ່າ, ຈຸດພົ້ນເດັ່ນຂອງຄະນະຜູ້ແທນບໍ່ພຽງແຕ່ຊອກຫາກາລະໂອກາດສົ່ງອອກຜະລິດຕະພັນໄປຫວຽດນາມເທົ່ານັ້ນ, ຫາກຍັງແນໃສ່ສ້າງການພົວພັນຄູ່ຮ່ວມມື 2 ຝ່າຍ, ສົມທົບກັນພັດທະນາບັນດາວິທີແກ້ໄຂທີ່ເໝາະສົມກັບຄວາມຕ້ອງການຂອງຕະຫຼາດຫວຽດນາມ.
“ພວກເຮົານຳເອົາເຕັກໂນໂລຊີ ແລະ ຜະລິດຕະພັນໃໝ່, ແຕ່ສຳຄັນກວ່ານັ້ນ, ພວກເຮົາພວມຊອກຫາຄູ່ຮ່ວມມືຂອງຫວຽດນາມ ທີ່ມີຄວາມມຸ່ງມາດປາດຖະໜາຢາກຮ່ວມມືໃນໄລຍະຍາວ, ສ້າງຄຸນຄ່າແບບຍືນຍົງຮ່ວມກັນ.
ນອກຈາກຂົງເຂດກະສິກຳ, ການສຶກສາ ແລະ ເຕັກໂນໂລຊີສີຂຽວຍັງໄດ້ຮັບຖືວ່າ 2 ເສົາຄ້ຳທີ່ມີທ່າແຮງໃນການຮ່ວມມື. ນິວຊີແລນ ແມ່ນມີຊື່ສຽງດ້ວຍຮູບແບບການຝຶກຊ້ອມຕົວຈິງ, ຕິດພັນກັບຄວາມຕ້ອງການດຳເນີນທຸລະກິດ, ໃນຂະນະທີ່ ຫວຽດນາມ ມີກຳລັງແຮງງານໜຸ່ມ, ມີຄວາມຂະຫຍັນຂັນເຄື່ອນ ແລະ ພວມຊອກຫາກາລະໂອກາດປັບປຸງທັກສະໃນສະພາບແວດລ້ອມສາກົນ. ທ່ານນາງ Bell ກ່າວວ່າ, 2 ຝ່າຍສາມາດສົມທົບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດເຕັກໂນໂລຢີ, ວິສະວະກຳ ແລະ ກະສິກຳທັນສະໄໝ, ມຸ່ງໄປເຖິງການພັດທະນາຕ່ອງໂສ້ຄຸນຄ່າແບບຍືນຍົງຢູ່ພາກພື້ນ.

ຈຸດເດັ່ນຂອງການຢ້ຽມຢາມຂອງ ANZBC ແມ່ນການເຂົ້າຮ່ວມງານຕະຫຼາດນັດດູໃບໄມ້ລົ່ນ 2025 ຢູ່ຮ່າໂນ້ຍ. ທ່ານນາງ Bell ກ່າວວ່າ “ບັນດາຜູ້ແທນຂອງພວກຂ້າພະເຈົ້າປະຫລາດໃຈແທ້ໆກັບຂະໜາດ ແລະ ຄວາມຫຼາກຫຼາຍຂອງບັນດາຜະລິດຕະພັນທີ່ວາງສະແດງຢູ່ງານວາງສະແດງ.
ທ່ານນາງ Bell ກໍ່ໄດ້ຕີລາຄາສູງບັນດາກອງປະຊຸມເຊື່ອມຕໍ່ເຄືອຂ່າຍວິສາຫະກິດ ແລະ ດຳເນີນທຸລະກິດ (B2B) ໂດຍອົງການສົ່ງເສີມການຄ້າ ຫວຽດນາມ ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດຕັ້ງ, ໜູນຊ່ວຍບັນດາວິສາຫະກິດ ນິວຊີແລນ ຫັນເປັນຄູ່ຮ່ວມມືທີ່ເໝາະສົມ, ເຂົ້າໃຈຄວາມນິຍົມຂອງຜູ້ບໍລິໂພກ ແລະ ລະບຽບການນຳເຂົ້າຂອງ ຫວຽດນາມ.
ຕາມທ່ານນາງແລ້ວ, ການພົບປະໂດຍກົງດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດທັງສອງຝ່າຍສ້າງຄວາມໄວ້ເນື້ອເຊື່ອໃຈເທົ່ານັ້ນ, ຫາກຍັງແມ່ນບາດກ້າວທຳອິດເພື່ອແນໃສ່ບັນດາຂໍ້ຕົກລົງຮ່ວມມືສະເພາະໃນໄລຍະຈະມາເຖິງ.
ທ່ານນາງ Bell ກໍ່ໃຫ້ຮູ້ວ່າ: ຄະນະຜູ້ແທນໄດ້ມີການເຮັດວຽກຢ່າງມີປະສິດທິຜົນກັບທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງຮູ່ງ, ໄດ້ປຶກສາຫາລືກ່ຽວກັບຂະບວນການເປີດກວ້າງຕະຫຼາດຜະລິດຕະພັນນ້ຳເຜິ້ງ Manuka ຂອງ ນິວຊີແລນ.
“ນີ້ແມ່ນຂໍ້ມູນທີ່ເປັນປະໂຫຍດຫຼາຍສໍາລັບວິສາຫະກິດ ນິວຊີແລນ, ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈດີຂຶ້ນກ່ຽວກັບຂັ້ນຕອນການເຂົ້າຫາຕະຫຼາດຫວຽດນາມ”, ທ່ານນາງ Bell, ຢືນຢັນວ່າ: “ເມື່ອກັບມາ, ບັນດາວິສາຫະກິດໃນຄະນະຈະມີຫຼາຍການເຄື່ອນໄຫວຕິດຕາມ, ຕິດຕາມ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອຂອງຫວຽດນາມ, ມຸ່ງໄປເຖິງບັນດາຂໍ້ຕົກລົງຮ່ວມມືສະເພາະໃນໄລຍະຈະມາເຖິງ”.
ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດຢູ່ອາຊີ - ປາຊີຟິກ, ດ້ວຍລະດັບເຕີບໂຕ GDP ສະເລ່ຍແຕ່ 6 – 7%/ປີ ໃນໄລຍະ 2016-2024.
ດ້ວຍຈຳນວນພົນລະເມືອງກວ່າ 100 ລ້ານຄົນ, 60% ແມ່ນອາຍຸການເຮັດວຽກ, ຫວຽດນາມ ມີຕະຫຼາດຜູ້ບໍລິໂພກໃຫຍ່ ແລະ ແມ່ນກຳລັງແຮງງານໜຸ່ມ ແລະ ມີຄວາມສາມາດສູງ. ທີ່ຕັ້ງຍຸດທະສາດໃນຕ່ອງໂສ້ການສະໜອງທົ່ວໂລກ, ເປັນຈຸດຜ່ານແດນລະຫວ່າງອາຊີຕາເວັນອອກ ແລະ ອາຊຽນ, ເຮັດໃຫ້ຫວຽດນາມ ເປັນທາງເລືອກທີ່ເໝາະສົມສຳລັບນັກລົງທຶນນິວຊີແລນ.
ຕາມກົມພາສີຫວຽດນາມແລ້ວ, ໃນ 9 ເດືອນຕົ້ນປີ 2025, ວົງເງິນການຄ້າ 2 ສົ້ນ ຫວຽດນາມ - ນິວຊີແລນ ບັນລຸກ່ວາ 1,1 ຕື້ USD; ໃນນັ້ນ ຫວຽດນາມ ສົ່ງອອກ 528 ລ້ານ USD ແລະ ນຳເຂົ້າ 587 ລ້ານ USD.

ບັນດາຜະລິດຕະພັນທີ່ສຳຄັນຂອງຫວຽດນາມ ລວມມີໂທລະສັບ, ຄອມພິວເຕີ, ແຜ່ນແພ, ເກີບໜັງ, ໃນຂະນະທີ່ ນິວຊີແລນ ມີຈຸດແຂງໃນບັນດາຜະລິດຕະພັນກະເສດ, ຜະລິດຕະພັນນົມ, ເຕັກໂນໂລຊີປຸງແຕ່ງອາຫານ. ບັນດາຜູ້ຊ່ຽວຊານຖືວ່າ: ການສົມທົບກັນທາງທຳມະຊາດລະຫວ່າງ 2 ພື້ນຖານເສດຖະກິດແມ່ນກຸນແຈໃນການພັດທະນາແບບຍືນຍົງຂອງການຮ່ວມມືດ້ານການຄ້າ ຫວຽດນາມ - ນິວຊີແລນ.
ທ່ານນາງ Bell ເນັ້ນໜັກວ່າ: ການສົມທົບກັນທາງທຳມະຊາດລະຫວ່າງສອງປະເທດຈະສ້າງຕ່ອງໂສ້ການຮ່ວມມືຍຸດທະສາດແບບຍືນຍົງ ແລະ ຍາວນານ. ຕາມທ່ານນາງແລ້ວ, ANZBC ຈະສືບຕໍ່ປະຕິບັດເປັນ “ຂົວທີ່ໄວ້ເນື້ອເຊື່ອໃຈ” ລະຫວ່າງປະຊາຄົມວິສາຫະກິດຂອງສອງປະເທດ, ຊຸກຍູ້ການຮ່ວມມືບໍ່ພຽງແຕ່ດ້ານການຄ້າພື້ນເມືອງເທົ່ານັ້ນ, ຫາກຍັງໃນຂົງເຂດໃໝ່ເຊັ່ນ: ການຫັນເປັນສີຂຽວ, ກະສິກຳເຕັກໂນໂລຊີສູງ ແລະ ພັດທະນາສີມືມະນຸດ.
ທ່ານນາງ Bell ຢືນຢັນວ່າ: “ການເດີນທາງດຳເນີນທຸລະກິດປີ 2025 ບໍ່ພຽງແຕ່ແມ່ນໂອກາດເພື່ອເຊື່ອມຕໍ່ການຄ້າເທົ່ານັ້ນ, ຫາກຍັງແມ່ນຈຸດເລີ່ມຕົ້ນຂອງບັນດາໂຄງການຮ່ວມມືໄລຍະຍາວລະຫວ່າງວິສາຫະກິດຂອງ 2 ປະເທດອີກດ້ວຍ”.
ທີ່ມາ: https://baotintuc.vn/kinh-te/ket-noi-giao-thuong-viet-nam-new-zealand-20251102101526219.htm






(0)