
ແຕ່ວັນທີ 19 ກຸມພາ ຫາ 19 ມີນາ ແລະ ແຕ່ວັນທີ 5 ຫາ 31 ສິງຫາ 2024, ນັກທ່ອງທ່ຽວຈາກ ແຂວງ ຫາຍເຢືອງ ຈະຖືກຍົກເວັ້ນຄ່າປີ້ລົດໄຟ (180.000 ດົ່ງ) ຂຶ້ນພູ ມິ່ງຮວາ ຢູ່ເຂດທ່ອງທ່ຽວ Sun World Fansipan Legend (ຊາປາ, ລາວກາຍ). ນັກທ່ອງທ່ຽວແຂວງ ຫາຍເຢືອງ ແມ່ນໜຶ່ງໃນ 5 ແຂວງ, ນະຄອນທີ່ຍົກເວັ້ນຄ່າບໍລິການນີ້ (ຍັງເຫຼືອ 4 ແຂວງ, ນະຄອນຄື ລາວກາຍ, ຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ).
ນະໂຍບາຍນີ້ເພື່ອແນໃສ່ປະຕິບັດບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືພັດທະນາ ການທ່ອງທ່ຽວ ກັບແຂວງ ລາວກາຍ - ຮ່າໂນ້ຍ - ກວາງນິງ - ຫາຍຟ່ອງ - ຫາຍເຢືອງ ໄດ້ລົງນາມໃນເດືອນ 9/2023, ເພື່ອແນໃສ່ເພີ່ມທະວີການເຊື່ອມຈອດ, ຂຸດຄົ້ນ ແລະ ພັດທະນາບັນດາຜະລິດຕະພັນທ່ອງທ່ຽວລະຫວ່າງບັນດາແຂວງພາກຕາເວັນອອກສ່ຽງເໜືອ - ຕາເວັນຕົກສຽງເໜືອ.
Sun World Fansipan Legend ຕັ້ງຢູ່ເທິງສຸດຂອງ Fansipan ໃນພາກຕາເວັນຕົກສຽງໃຕ້ຂອງ Sapa. ເຂດນີ້ມີທິວທັດຫຼາຍຮູບຫຼາຍແບບໃຫ້ ສຳຫຼວດ ເຊັ່ນ: ສະຖານທີ່ຈິດວິນຍານແທງວັນດາກໂລ, ຫໍບູຊາພະພຸດທະເຈົ້າ, ຖະໜົນລາຮັນ, ນ້ຳຕົກ 9 ຊັ້ນ, ເສົາທຸງທີ່ສູງສຸດຢູ່ອິນດູຈີນ...
ເມື່ອເດີນທາງດ້ວຍລົດໄຟພູ Fansipan, ທ່ານສາມາດຊົມທິວທັດຂອງຮ່ອມພູ Muong Hoa ຢ່າງເຕັມທີ່.
PVທີ່ມາ







(0)