ກອງປະຊຸມກາງສະໄໝທີ 13 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 13 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ພຶດສະພານີ້ ແລະ ປຶກສາຫາລືຫຼາຍບັນຫາສຳຄັນ, ໃນນັ້ນມີວຽກງານບຸກຄະລາກອນ.
ຕາມການປະກາດຂອງສູນກາງພັກ, ຄະນະບໍລິຫານງານສູນກາງພັກໄດ້ຕັດສິນໃຈຂັບໄລ່ທ່ານ ຫງວຽນວັນວິງ ອະດີດກຳມະການສູນກາງພັກ, ອະດີດເລຂາຄະນະພັກແຂວງ, ອະດີດເລຂາຄະນະພັກ, ອະດີດປະທານຄະນະກຳມະການປະຊາຊົນແຂວງ ລາວກາຍ .
ກ່ອນໜ້ານັ້ນ, ວັນທີ 8 ພຶດສະພາ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ກົມການເມືອງ ແລະ ຄະນະເລຂາທິການ ໄດ້ພົບປະກວດກາ ແລະ ປະຕິບັດວິໄນຕໍ່ບັນດາພະນັກງານ, ສະມາຊິກພັກ ທີ່ເປັນອະດີດການນຳແຂວງ ລາວກາຍ, ໃນນັ້ນ ມີທ່ານ ຫງວຽນວັນວິງ, ອະດີດກຳມະການສູນກາງພັກ, ອະດີດເລຂາຄະນະພັກແຂວງ ລາວກາຍ.
ອີງໃສ່ເນື້ອໃນ, ລັກສະນະ, ລະດັບ, ຜົນສະທ້ອນ, ແລະສາເຫດຂອງການລະເມີດ; ຕາມລະບຽບການຂອງພັກກ່ຽວກັບການປະຕິບັດວິໄນຕໍ່ບັນດາສະມາຊິກພັກທີ່ລະເມີດ, ກົມການເມືອງ ສະເໜີໃຫ້ຄະນະບໍລິຫານງານສູນກາງພັກປະຕິບັດວິໄນຕໍ່ທ່ານ ຫງວຽນວັນວິງ.
ທີ່ມາ






(0)