ວັນທີ 3 ມັງກອນນີ້, ຄະນະພັກເມືອງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ກວາງຈີ້ ໄດ້ສົມທົບກັບໜັງສືພິມລາວດົ່ງ ໄດ້ຈັດຕັ້ງພິທີເປີດໂຄງການ “ຖະໜົນທຸງຊາດ” ບົນເສັ້ນທາງມຸ່ງໄປເຖິງເຂດປູຊະນີຍະສະຖານບູຮານຄະດີກວາງຈີ. ໂຄງການເພື່ອແນໃສ່ສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ໃນວັນທີ 3 ກຸມພາ (1930 – 2024).

ບັນດາຜູ້ແທນໄປຢ້ຽມຢາມ “ຖະໜົນທຸງຊາດ” ຢູ່ບັນດາເສັ້ນທາງມຸ່ງໄປເຖິງວັດຖຸ ບູຮານ ກວາງຈິ - ພາບ: ບ໋າຍດຶກ
“ຖະໜົນທຸງຊາດ” ຢູ່ຕາແສງ ກວາງຈີ ໄດ້ຮັບການກໍ່ສ້າງດ້ວຍຄວາມຍາວກວ່າ 5 ກິໂລແມັດ, ຕັ້ງຢູ່ບັນດາເສັ້ນທາງຄື: ລີໄທໂຕ, ຟານດິ່ງເຟືອງ, ມິນມັງ, ຫາຍບ່າແຈ ໄປເຖິງເຂດປູຊະນີຍະສະຖານບູຮານ ກວາງຈີ. ໂຄງການດັ່ງກ່າວແນໃສ່ປະກອບສ່ວນປັບປຸງທັດສະນີຍະພາບຕົວເມືອງ, ຍົກສູງຄວາມຮັບຮູ້, ສຶກ ສານ້ຳ ໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ຄວາມຮັບຜິດຊອບ ແລະ ການກະທຳຂອງຄົນລຸ້ນຫຼັງມຸ່ງໄປເຖິງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ກວາງຈີ້ ເລເຟືອງບັກ ໃຫ້ຮູ້ວ່າ: “ຖະໜົນທຸງຊາດ” ໄດ້ຮັບການກໍ່ສ້າງໃນຈຸດເວລາອັນເໝາະສົມທີ່ຄະນະພັກ, ລັດຖະບານ ແລະ ປະຊາຊົນເມືອງພວມມານະພະຍາຍາມແຂ່ງຂັນເພື່ອບັນລຸໄດ້ບັນດາຜົນງານເພື່ອສະເຫຼີມສະຫຼອງວັນສ້າງຕັ້ງບ້ານເກີດເມືອງນອນ ແລະ ປະເທດຊາດ. ທັງນີ້ກໍ່ເພື່ອເປັນການຊຸກຍູ້ ແລະ ລະດົມກຳລັງໃຈໃຫ້ພະນັກງານ, ນັກຮົບຂອງເມືອງ ເຊີດຊູບັນດາວິລະຊົນ, ຮີດຄອງປະເພນີປະຕິວັດ, ສູ້ຊົນສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບສວຍງາມ, ວັດທະນາຖາວອນ; ພ້ອມກັນນັ້ນ, ເຊີດຊູມູນເຊື້ອວິລະຊົນ ແລະ ການປະຕິວັດຂອງບ້ານເກີດເມືອງນອນ”.
ເນື່ອງໃນໂອກາດນີ້, ໂຄງການ “ທຶນໜູນຊ່ວຍບັນດານັກຮຽນຊາວຊົນເຜົ່າສ່ວນໜ້ອຍ ແລະ ນັກຮຽນທຸກຍາກ” ໂດຍໜັງສືພິມ ຫງວຽນ ລາວດົ່ງ ໄດ້ຈັດຕັ້ງໄດ້ມອບທຶນສຶກສາ 20 ທຶນ (1 ລ້ານດົ່ງ/ທຶນ) ໃຫ້ນັກຮຽນທຸກຍາກທີ່ຜ່ານຜ່າຄວາມຫຍຸ້ງຍາກຢູ່ຕາແສງ ກວາງຈິ.
ເປັນທີ່ຮູ້ກັນວ່າ, ມາຮອດປະຈຸບັນ, ໜັງສືພິມ ຫງວຽນ ລາວດົ່ງ ໄດ້ມອບທຸງຊາດໃຫ້ແຂວງ ກວາງຈີ້ ຈຳນວນ 49.500 ຜືນ; ໃນນັ້ນ, ທຸງ 5.000 ຜືນໄດ້ຖືກນຳໃຊ້ເພື່ອປະຕິບັດ “ເສັ້ນທາງທຸງຊາດ” ຢູ່ເມືອງກວາງຈີ້.
ບຸ່ຍດຶກ
ທີ່ມາ






(0)