ວິກິດການເຂົ້າໂລກກັບຄືນມາ. ລາຄາຂາຍຍ່ອຍ, ລາຄາສົ່ງອອກແລະມູນຄ່າສົ່ງອອກຂອງສິນຄ້ານີ້ໄດ້ທໍາລາຍສະຖິຕິທີ່ຜ່ານມາທັງຫມົດ, ບັນລຸລະດັບສູງສຸດໃນປະຫວັດສາດ.
ການປ່ຽນແປງຂອງດິນຟ້າອາກາດໄດ້ເຮັດໃຫ້ການສະໜອງເຂົ້າຂອງໂລກຫຼຸດລົງ, ໃນຂະນະທີ່ຄວາມຕ້ອງການຂອງສິນຄ້ານີ້ເພີ່ມຂຶ້ນ. ການຕັດສິນໃຈຂອງອິນເດຍທີ່ຈະຫ້າມສົ່ງອອກເຂົ້າທີ່ບໍ່ແມ່ນບາສມາຕີໃນເດືອນກໍລະກົດຜ່ານມາ ໄດ້ຖືວ່າເປັນຈຸດເລີ່ມຕົ້ນຂອງວິກິດການໂລກທີ່ແກ່ຍາວມາ. ຫຼາຍປະເທດພວມແຂ່ງຂັນຊື້ເຂົ້າເປັນຈຳນວນຫຼວງຫຼາຍເພື່ອເພີ່ມຄັງສຳຮອງ, ເຮັດໃຫ້ການສະໜອງສິນຄ້ານີ້ເໜັງຕີງ ແລະ ລາຄາເຂົ້າກໍ່ຂຶ້ນສູງ. ພິເສດ, ລາຄາເຂົ້າພາຍໃນປະເທດກໍ່ຄືລາຄາສົ່ງອອກຂອງຫວຽດນາມໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ລື່ນກາຍສະຖິຕິກ່ອນໜ້ານີ້. ປະຈຸບັນ, ເຂົ້າຫວຽດນາມແມ່ນລາຄາແພງທີ່ສຸດ ແລະ ປະເທດພວກເຮົາກໍແມ່ນປະເທດທີ່ມີລາຄາສົ່ງອອກເຂົ້າສູງທີ່ສຸດ ໃນໂລກ . ວົງເງິນສົ່ງອອກເຂົ້າຂອງຫວຽດນາມ ໄດ້ສ້າງສະຖິຕິຢ່າງເປັນທາງການ 4 ຕື້ USD ໃນ 10 ເດືອນຂອງປີ 2023. ນີ້ແມ່ນຕົວເລກສູງສຸດພາຍຫຼັງ 34 ປີທີ່ເຂົ້າຫວຽດນາມເຂົ້າຕະຫຼາດໂລກ. 
Vietnamnet.vn






(0)