ຕອນບ່າຍວັນທີ 13 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາງຮອງລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ທ່ານນາງປະທານກຳມາທິການການຕ່າງປະເທດຫວຽດນາມ ເລທິທູຮັ່ງ, ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ລາວ, ຍີ່ປຸ່ນ, ສະຫະພັນລັດເຊຍ ໄດ້ມອບເງິນກວ່າ 600 ລ້ານດົ່ງໃຫ້ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ Do Van Chien ເພື່ອໜູນຊ່ວຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍຸເລກ 3.

ກ່າວຄຳເຫັນທີ່ພິທີ, ໄດ້ລາຍງານຕໍ່ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ Do Van Chien, ທ່ານຮອງລັດຖະມົນຕີ Le Thi Thu Hang ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຂ່າວວ່າ: ພາຍຸ Yagi ໄດ້ສ້າງຄວາມເສຍຫາຍ ແລະ ສົ່ງຜົນສະທ້ອນເຖິງຊີວິດຂອງປະຊາຊົນໃນທົ່ວປະເທດ, ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ຈັດຕັ້ງບັນດາເຄື່ອງບໍລິຈາກສົ່ງກັບຄືນປະເທດ ເພື່ອໜູນຊ່ວຍປະຊາຊົນ.
ທ່ານຮອງລັດຖະມົນຕີ ໄດ້ແບ່ງປັນວ່າ, ນີ້ແມ່ນການບໍລິຈາກຄັ້ງທຳອິດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຜ່ານຄະນະກຳມະການແຫ່ງລັດ ເພື່ອຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມອບໃຫ້ສູນກາງແນວໂຮມປະເທດຊາດ ຫວຽດນາມ ເພື່ອສົ່ງໃຫ້ປະຊາຊົນຢູ່ບັນດາເຂດປະສົບໄພນ້ຳຖ້ວມ ແລະ ບັນດາການເຄື່ອນໄຫວບໍລິຈາກພວມຜັນຂະຫຍາຍຢ່າງແຮງຢູ່ບັນດາປະຊາຄົມຢູ່ບັນດາປະເທດ. ເຖິງວ່າຈຳນວນເງິນບໍ່ຫຼາຍປານໃດກໍ່ຕາມ, ແຕ່ສະແດງໃຫ້ເຫັນຄວາມເຫັນອົກເຫັນໃຈ ແລະ ການແບ່ງປັນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ມີຕໍ່ພີ່ນ້ອງຮ່ວມຊາດໃນທົ່ວປະເທດ. ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈະສືບຕໍ່ແມ່ນຂົວຕໍ່ເພື່ອໂອນນ້ຳໃຈ, ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມ.
ຕາງໜ້າການນຳສູນກາງແນວໂຮມປະເທດຊາດຫວຽດນາມ ແລະປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ Do Van Chien ໄດ້ຂອບໃຈ ແລະ ຕີລາຄາສູງບັນດາອາລົມຈິດ ແລະ ການແບ່ງປັນຢ່າງທັນການຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກຂອງພີ່ນ້ອງຮ່ວມຊາດໃນທົ່ວປະເທດ. ສິ່ງດັ່ງກ່າວຍັງສະແດງໃຫ້ເຫັນຈິດໃຈ “ຊາວຫວຽດນາມຢູ່ຕ່າງປະເທດແມ່ນພາກສ່ວນທີ່ຂາດບໍ່ໄດ້” ຂອງປະເທດຊາດຫວຽດນາມ. ທ່ານ ໂດວັນຈຽນ ກໍ່ໃຫ້ຮູ້ວ່າ, ແນວໂຮມປະເທດຊາດ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະໂອນເງິນບໍລິຈາກຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ຖືກຕ້ອງຕາມຄວາມຕ້ອງການຂອງປະຊາຊົນ.
ທີ່ການພົບປະ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ Do Van Chien ໄດ້ແບ່ງປັນກ່ຽວກັບການເຄື່ອນໄຫວໜູນຊ່ວຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸເລກ 3.
ທ່ານ ດ່າວວັນຈຽນ ໃຫ້ຮູ້ວ່າ, ແນວໂຮມ ພວມສົມທົບກັບບັນດາອົງການທີ່ກ່ຽວຂ້ອງເພື່ອຂົນສົ່ງສິ່ງຂອງທີ່ຈຳເປັນເຊັ່ນ: ອາຫານ, ນ້ຳດື່ມ, ພືດຜັກ ແລະ ອື່ນໆ ໄປໃຫ້ປະຊາຊົນບັນດາເຂດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຄື: ຕວຽນກວາງ, ໄທງວຽນ, ລາວກາຍ, ອຽນບ໋າຍ ແລະ ອື່ນໆ, ພ້ອມກັນນັ້ນ, ທ່ານກໍ່ປາດຖະໜາຢາກສືບຕໍ່ໄດ້ຮັບການແບ່ງປັນ ແລະ ຮ່ວມມືຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ປະຊາຊົນເຂດປະສົບໄພນ້ຳຖ້ວມ.






(0)