ການ​ລົງ​ນາມ​ໃນ​ກົດ​ໝາຍ​ຄູ່​ຮ່ວມ​ມື​ປະ​ກອບ​ສ່ວນ​ສ້າງ​ເສັ້ນ​ຊາຍ​ແດນ ​ສັນ​ຕິ​ພາບ , ສະ​ໜິດ​ສະ​ໜົມ, ສະ​ຖຽນ​ລະ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ.

​ເຂົ້າ​ຮ່ວມ​ພິທີ, ​ໂດຍ​ຢູ່​ດ້ານ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ນະຄອນ ​ເຫ້ວ ມີ​ທ່ານ​ພັນ​ເອກ ດັ້ງ​ງອກ​ຮິວ, ​ເລຂາ​ຄະນະ​ພັກ, ຄະນະ​ກຳມະການ​ການ​ເມືອງ; ດ້ານກອງບັນຊາການທະຫານແຂວງສາລະວັນ ໂດຍມີ ພັນໂທ ໂສພາ ໂພໄຊຍະວົງ, ຫົວໜ້າ ການເມືອງ . ​ເຂົ້າ​ຮ່ວມ​ມີ​ຜູ້ຕາງໜ້າ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ຕາ​ແສງ ອາ​ລູ່ 1, ກອງ​ບັນຊາ​ການ​ປ້ອງ​ກັນ​ປະ​ເທດ​ເຂດ 2 – ​ເມືອງ​ເຫ້ວ ​ແລະ ການ​ນຳ​ຄະນະ​ລັດຖະບານ​ເມືອງ​ຊາ​ມູ​ຍ (​ແຂວງ​ສາລະ​ວັນ).

2 ກົມ​ກອງ​ໄດ້​ລົງ​ນາມ​ໃນ​ຂໍ້​ກຳນົດ​ຄູ່​ຮ່ວມ​ມື​ທີ່​ມີ​ຫຼາຍ​ເນື້ອ​ໃນ​ສຳຄັນ ​ແລະ ​ແທດ​ຈິງ​ຄື: ການ​ປະສານ​ງານ​ໃນ​ການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ; ຮັກສາການປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປົກກະຕິ; ຈັດຕັ້ງການລາດຕະເວນສອງຝ່າຍ; ​ໂຄສະນາ​ເຜີຍ​ແຜ່ ​ແລະ ຂົນຂວາຍ​ປະຊາຊົນ​ສອງ​ຝັ່ງ​ຊາຍ​ແດນ ປະຕິບັດ​ບັນດາ​ຂໍ້​ຕົກລົງ, ລະບຽບ​ການ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ ​ແລະ ດ່ານ​ຊາຍ​ແດນ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສົມທົບ​ກັນ​ໃນ​ການ​ຕ້ານ​ອາດຊະຍາ​ກຳ​ທຸກ​ປະ​ເພດ; ໜູນ​ຊ່ວຍ​ວຽກ​ງານ​ກູ້​ໄພ, ປ້ອງ​ກັນ, ຄວບ​ຄຸມ​ພະ​ຍາດ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ ກິ​ລາ ; ແລະ ແລກປ່ຽນປະສົບການໃນການສ້າງຫົວໜ່ວຍເຂັ້ມແຂງຮອບດ້ານ.

ການ​ນຳ​ສອງ​ປະ​ເທດ​ຢືນຢັນ​ວ່າ: ການ​ລົງ​ນາມ​ໃນ​ຂໍ້​ກຳນົດ​ຄູ່​ຮ່ວມ​ມື​ແມ່ນ​ການ​ເຄື່ອນ​ໄຫວ​ປະຕິບັດ, ປະກອບສ່ວນ​ຮັດ​ແໜ້ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຊາຍ​ແດນ ຫວຽດນາມ - ລາວ, ສົມທົບ​ກັນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນ​ຍົງ.

Quynh Anh

ທີ່ມາ: https://huengaynay.vn/chinh-tri-xa-hoi/bien-gioi-bien-dao/ky-ket-quy-che-ket-nghia-xay-dung-tuyen-bien-gioi-hoa-binh-157119.html