
ເນື້ອໃນຂອງລະບຽບການປະສານງານ ແມ່ນສຸມໃສ່ການຈັດຕັ້ງປະຕິບັດການຈັດສັນປ່າ, ການເຊົ່າປ່າ, ການຫັນປ່ຽນປະເພດປ່າ, ການຫັນປ່ຽນນໍາໃຊ້ປ່າໄມ້ໄປສູ່ຈຸດປະສົງອື່ນ ແລະ ການຟື້ນຟູປ່າໄມ້.
ຄຽງຄູ່ກັບນັ້ນແມ່ນວຽກງານກວດກາປ່າໄມ້, ສາງ, ຕິດຕາມກວດກາການພັດທະນາປ່າ, ການປັກຫຼັກໝາຍຊາຍແດນ ແລະ ກໍ່ສ້າງຖານຂໍ້ມູນປ່າໄມ້; ຊີ້ນຳເຈົ້າຂອງປ່າໄມ້ທີ່ເປັນຄົວເຮືອນ, ບຸກຄົນ, ຊຸມຊົນ ຫຼື ກຸ່ມຄົວເຮືອນ, ສະຫະກອນສະໝັກໃຈເພື່ອສ້າງແຜນຄຸ້ມຄອງປ່າໄມ້ແບບຍືນຍົງ.
ພ້ອມກັນນັ້ນ, ສົມທົບກັນໃນການປົກປັກຮັກສາປ່າໄມ້, ປ້ອງກັນ, ຕ້ານໄຟໄໝ້ປ່າ, ແລະ ພັດທະນາປ່າ; ໂດຍສະເພາະແມ່ນການປະສານງານໃນການລາດຕະເວນ, ກວດກາ, ບຸກໂຈມຕີ, ຕ້ານການລະເມີດກົດໝາຍປ່າໄມ້.
ການລົງນາມໃນຂໍ້ຕົກລົງການປະສານງານລະຫວ່າງພະແນກຄຸ້ມຄອງປ່າສະຫງວນພາກພື້ນ ໄອຍະການ ແລະ ຄະນະກຳມະການປະຊາຊົນ 5 ຕາແສງ ຖືວ່າເປັນໜຶ່ງໃນການແກ້ໄຂເພື່ອສົ່ງເສີມບົດບາດ, ຄວາມຮັບຜິດຊອບຂອງບັນດາອົງການ, ຫົວໜ່ວຍໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້; ສະກັດກັ້ນການບຸກໂຈມຕີຊັບພະຍາກອນປ່າໄມ້ໂດຍໄວ. ຜ່ານນັ້ນ, ປະກອບສ່ວນເຂົ້າໃນການຄຸ້ມຄອງປ່າໄມ້ໃນບໍລິເວນໃຫ້ດີ, ຈຳກັດການເກີດຈຸດຮ້ອນຂອງການບຸກລຸກແຫຼ່ງຊັບພະຍາກອນປ່າ.
ທີ່ມາ: https://baogialai.com.vn/ky-ket-quy-che-phoi-hop-quan-ly-bao-ve-va-phat-trien-rung-post568068.html






(0)