ລາງວັນດັ່ງກ່າວແມ່ນເປັນຂີດໝາຍສຳຄັນ, ຮັບຮູ້ໄດ້ຄວາມມານະພະຍາຍາມຂອງບັນດາອົງການຄຸ້ມຄອງ ແລະ ຊຸມຊົນທ້ອງຖິ່ນໃນການຮັກສາ ແລະ ເຊີດຊູບັນດາຄຸນຄ່າວັດທະນະທຳ, ປະຫວັດສາດທີ່ເປັນເອກະລັກສະເພາະຂອງໝູ່ບ້ານອາຊີບຫັດຖະກຳພື້ນເມືອງທີ່ມີອາຍຸຫຼາຍກວ່າ 500 ປີແຫ່ງນີ້.
ດ້ວຍປະຫວັດສາດອັນຍາວນານຂອງການສ້າງຕັ້ງ ແລະ ການພັດທະນາ, ຄຽງຄູ່ກັບການອະນຸລັກຮັກສາມໍລະດົກ ແລະ ພູມສັນຖານຂອງບັນດາໝູ່ບ້ານຫັດຖະກຳພື້ນເມືອງ; ຂະບວນການຜະລິດເຄື່ອງປັ້ນດິນເຜົາດ້ວຍມືແບບດັ້ງເດີມ ແລະ ຄວາມຮູ້ພື້ນບ້ານອັນລ້ຳຄ່າຫຼາຍຢ່າງ... ໝູ່ບ້ານເຄື່ອງປັ້ນດິນເຜົາ ແທງຮ່າ ປະຈຸບັນໄດ້ກາຍເປັນແຫຼ່ງ ທ່ອງທ່ຽວ ທີ່ເປັນເອກະລັກສະເພາະ, ຕີລາຄາໂດຍນັກຊ່ຽວຊານຫຼາຍຄົນວ່າແມ່ນແບບຢ່າງຂອງການທ່ອງທ່ຽວໝູ່ບ້ານຫັດຖະກຳ ແລະ ການທ່ອງທ່ຽວຊຸມຊົນຂອງ ຫວຽດນາມ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ ແລະ ມີປະສົບການເປັນຈຳນວນຫຼວງຫຼາຍ.
ປີ 2019, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງຊາດ.

ພິທີມອບລາງວັນການທ່ອງທ່ຽວ ຫວຽດນາມ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈັດຕັ້ງປະຈຳປີ ເພື່ອເປັນກຽດແກ່ບັນດາວິສາຫະກິດທ່ອງທ່ຽວ, ອົງການຈັດຕັ້ງ, ສະຖາບັນການສຶກສາ ແລະ ບຳລຸງສ້າງທີ່ມີຄຸນນະພາບສູງ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການທ່ອງທ່ຽວ ຫວຽດນາມ, ຊ່ວຍຢັ້ງຢືນທີ່ຕັ້ງ ແລະ ບົດບາດຂອງຂະແໜງທ່ອງທ່ຽວໃນ ເສດຖະກິດ ແຫ່ງຊາດ.
ການທີ່ໝູ່ບ້ານເຄື່ອງປັ້ນດິນເຜົາ Thanh Ha ໄດ້ຮັບການຍົກຍ້ອງໃນໝວດ “ຈຸດໝາຍປາຍທາງການທ່ອງທ່ຽວຊຸມຊົນດີທີ່ສຸດ” ບໍ່ພຽງແຕ່ແມ່ນຄວາມພາກພູມໃຈຂອງໝູ່ບ້ານອາຊີບຫັດຖະກຳເທົ່ານັ້ນ, ຫາກຍັງເປັນການຢັ້ງຢືນທິດທາງທີ່ຖືກຕ້ອງໃນການພັດທະນາການທ່ອງທ່ຽວໝູ່ບ້ານຫັດຖະກຳຕິດພັນກັບຊຸມຊົນ, ປະກອບສ່ວນສ້າງຄຸນຄ່າອັນໃຫຍ່ຫຼວງໃຫ້ແກ່ຊຸມຊົນ.
ນີ້ແມ່ນກຳລັງໜູນຊຸກຍູ້ການເຄື່ອນໄຫວທ່ອງທ່ຽວແບບຍືນຍົງ, ຕິດພັນກັບການອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງ, ການເຂົ້າຮ່ວມຂອງປະຊາຄົມຢ່າງຕັ້ງໜ້າ, ເປັນການປະດິດສ້າງຂອງຊາວທ້ອງຖິ່ນ.
ທີ່ມາ: https://nhandan.vn/lang-gom-thanh-ha-duoc-trao-giai-thuong-diem-du-lich-cong-dong-tot-nhat-post910967.html
(0)