ເວທີປາໄສໄດ້ສຸມໃສ່ປຶກສາຫາລືບັນດາເນື້ອໃນຄື: ພັດທະນານະຄອນດາຫນັງໃຫ້ກາຍເປັນສູນການຂົນສົ່ງຂອງພາກພື້ນ, ເປັນສູນການຜະລິດ - ການຄ້າ ແລະ ການຂົນສົ່ງສາກົນຜ່ານຂະບວນການຂອງເຂດການຄ້າເສລີ; ກໍ່ສ້າງເຂດການຄ້າເສລີນະຄອນດ່ານັງ... ຈາກນັ້ນ, ສ້າງພື້ນຖານປະຕິບັດໂຄງການ “ພັດທະນາການບໍລິການຂົນສົ່ງສິນຄ້າຢູ່ນະຄອນ ດ່ານັງ ເພື່ອເຊື່ອມຕໍ່ກັບເຂດ ເສດຖະກິດ ຫຼັກໝັ້ນສູນກາງ ແລະ ແລວເສດຖະກິດຕາເວັນອອກ - ຕາເວັນຕົກໄລຍະ 2021 – 2030, ມຸ່ງໄປເຖິງປີ 2050”.
| ນັກທ່ອງທ່ຽວຮຽນຮູ້ກ່ຽວກັບການບໍລິການຂອງ THILOGI | |
ໃນຖານະທີ່ເປັນຜູ້ໃຫ້ບໍລິການດ້ານການຂົນສົ່ງຢ່າງເຕັມຮູບແບບຢູ່ພາກກາງ, ການຄ້າສິນຄ້າໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ, THILOGI ໄດ້ເຂົ້າຮ່ວມເວທີປາໄສດ້ວຍຄວາມປາດຖະໜາຢາກຊອກຫາວິທີແກ້ໄຂໃໝ່ເພື່ອປັບປຸງປະສິດທິພາບຂອງອຸດສາຫະກຳການຂົນສົ່ງ ແລະ ຊຸກຍູ້ການເຊື່ອມຕໍ່ລະຫວ່າງພາກພື້ນ. ທັງນີ້ກໍ່ແມ່ນໂອກາດເພື່ອໃຫ້ THILOGI ເຊື່ອມຕໍ່, ສົ່ງເສີມຍີ່ຫໍ້ ແລະ ການບໍລິການຂອງຕົນ, ພິເສດແມ່ນແນະນຳບັນດາວິທີແກ້ໄຂລະບົບຕ່ອງໂສ້ເຢັນເພື່ອດຶງດູດສິນຄ້າຈາກເຂດພູສູງພາກກາງ, ລາວ, ກຳປູເຈຍ (ໂດຍສະເພາະໝາກໄມ້ສົດ, ສິນຄ້າແຊ່ແຂງ…); ດ້ວຍເຫດນີ້ຈຶ່ງຂະຫຍາຍເຄືອຂ່າຍທຸລະກິດ ແລະ ການຮ່ວມມືເພື່ອພັດທະນາ.










(0)