ກອງບັນຊາການສູນກາງຂອງສະຫະລັດ (CENTCOM) ກ່າວວ່າ ສະຫະລັດໄດ້ຍິງເຮືອບິນບໍ່ມີຄົນຂັບ 4 ລຳ ທີ່ແນເປົ້າໃສ່ກຳປັ່ນພິຄາດຂອງສະຫະລັດ ຢູ່ໃນທະເລແດງພາກໃຕ້ ຊຶ່ງໄດ້ຍິງຂຶ້ນຈາກເຂດທີ່ກຳລັງ Houthi ຄວບຄຸມຢູ່ໃນເຢເມນ.
"ນີ້ແມ່ນການໂຈມຕີຄັ້ງທີ 14 ແລະ 15 ກ່ຽວກັບການຂົນສົ່ງທາງການຄ້າໂດຍກຳລັງ Houthi ນັບແຕ່ວັນທີ 17 ຕຸລາ," CENTCOM ໂພດລົງໃນເຄືອຂ່າຍສັງຄົມ X ກ່າວວ່າ. ນອກນີ້, CENTCOM ຍັງກ່າວວ່າ ລູກສອນໄຟຂີປະນາວຸດ Houthi ສອງລູກໄດ້ຖືກຍິງໃສ່ຊ່ອງຂົນສົ່ງສາກົນຢູ່ທະເລແດງພາກໃຕ້, ບໍ່ມີກຳປັ່ນໃດໄດ້ຮັບຜົນກະທົບຈາກລູກສອນໄຟນຳວິຖີ.
ກ່ອນໜ້ານີ້, ຜູ້ບໍລິຫານການຄ້າທາງທະເລຂອງອັງກິດກ່າວວ່າ, ຍົນໂດຣນລຳໜຶ່ງໄດ້ເກີດລູກລະເບີດຢູ່ໃກ້ກັບກຳປັ່ນລຳໜຶ່ງຢູ່ຊ່ອງແຄບ Bab al-Mandab, ຫ່າງຈາກທ່າກຳປັ່ນ Saleef ຂອງເຢແມນໄປທາງທິດຕາເວັນຕົກສຽງໃຕ້ 83 ກິໂລແມັດ.
ພວກ Houthi ໄດ້ຂັດຂວາງການຄ້າ ໂລກ ມາເປັນເວລາຫຼາຍອາທິດແລ້ວ ດ້ວຍການໂຈມຕີໃສ່ກຳປັ່ນທີ່ຜ່ານຊ່ອງແຄບ Bab al-Mandab ໃນທະເລແດງພາກໃຕ້ ໂດຍອ້າງວ່າ ເປັນການຕອບໂຕ້ການບຸກໂຈມຕີຂອງອິສຣາແອລ ຕໍ່ເຂດກາຊາ. ຫວ່າງມໍ່ໆມານີ້, ອາເມລິກາໄດ້ດຳເນີນການເຄື່ອນໄຫວ Prosperous Guardian ເພື່ອປົກປ້ອງກຳປັ່ນການຄ້າທີ່ຜ່ານທະເລແດງ ແລະ ຄອງ Suez ຈາກການບຸກໂຈມຕີຂອງ Houthi, ແລະກ່າວວ່າ 20 ກວ່າປະເທດໄດ້ເຫັນດີເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວ.
ໄຂ່ມຸກ
ທີ່ມາ
(0)