ທ່າມກາງຄວາມເຄັ່ງຕຶງທີ່ສັບສົນຢູ່ຕາເວັນອອກກາງ, ຂ່າວ ABC ວັນທີ 16 ຕຸລານີ້ ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດ ທີ່ກ່າວວ່າ ກຳລັງພາຍໃຕ້ກອງບັນຊາການສູນກາງຂອງສະຫະລັດ (Centcom) ໄດ້ທຳການໂຈມຕີທາງອາກາດຫຼາຍຄັ້ງ ແນເປົ້າໝາຍໃສ່ບ່ອນເກັບມ້ຽນອາວຸດຂອງ Houthi ໃນເຂດທີ່ຄວບຄຸມໂດຍກຳລັງເຫຼົ່ານີ້ຢູ່ໃນເຢເມນ.
ໃນຂະນະນັ້ນ, ອົງການຂ່າວ NBC ໄດ້ອ້າງຄຳເວົ້າຂອງລັດຖະມົນຕີປ້ອງກັນປະເທດ Lloyd Austin ທີ່ກ່າວວ່າ ບັນດາສະຖານທີ່ດັ່ງກ່າວໄດ້ຮັບການເສີມຂະຫຍາຍ ແລະ ມີອາວຸດຫຼາຍປະເພດທີ່ Houthi ໃຊ້ເພື່ອແນໃສ່ກຳປັ່ນພົນລະເຮືອນ ແລະ ທະຫານ ຢູ່ທົ່ວພາກພື້ນ.
ນີ້ແມ່ນຄັ້ງທຳອິດທີ່ອາເມລິການຳໃຊ້ຍົນຖິ້ມລະເບີດ B-2, ໃນນາມຍົນລະເບີດສະລະຊີບ, ໃນການບຸກໂຈມຕີທາງອາກາດຕໍ່ກຳລັງ Houthi ໃນເຢແມນ.
ໃນການພັດທະນາອີກອັນໜຶ່ງ, ກະຊວງການເງິນ ຂອງສະຫະລັດ ໄດ້ວາງມາດຕະການລົງໂທດຕໍ່ເຄືອຂ່າຍການເງິນຂອງເລບານອນ ທີ່ໂອນເງິນຫຼາຍລ້ານໂດລາໃຫ້ແກ່ການເຄື່ອນໄຫວຂອງພວກອິດສະລາມ Hezbollah.
ກະຊວງການເງິນສະຫະລັດ ກ່າວໃນຖະແຫຼງການສະບັບນຶ່ງໃນວັນທີ 16 ຕຸລານີ້ວ່າ ການລົງໂທດດັ່ງກ່າວໃຊ້ໄດ້ກັບບຸກຄົນ 3 ຄົນ ທີ່ກ່ຽວພັນກັບແຂນດ້ານການເງິນຂອງ Hezbollah ແລະບໍລິສັດ 4 ແຫ່ງຢູ່ໃນເລບານອນ ທີ່ຂຶ້ນທະບຽນປົກປິດສາຍພົວພັນກັບກຸ່ມດັ່ງກ່າວ.
ສະຫະລັດຍັງໄດ້ລົງໂທດສາມບຸກຄົນທີ່ກ່ຽວຂ້ອງກັບການຜະລິດແລະການຄ້າຢາແອມເຟຕາມີນ (ເອີ້ນວ່າ Captagon), ເຊິ່ງວໍຊິງຕັນກ່າວຫາວ່າໃຫ້ເງິນທຶນ Hezbollah. ຮັກສາການຮອງລັດຖະມົນຕີກະຊວງການເງິນສະຫະລັດ ທ່ານ Bradley T. Smith ກ່າວວ່າ ການລົງໂທດດັ່ງກ່າວ ແມ່ນແນໃສ່ສະກັດກັ້ນ Hezbollah ບໍ່ໃຫ້ມີສະຖຽນລະພາບ ຢູ່ໃນເລບານອນ ແລະພາກພື້ນ.
ຄຳຮຸ່ງ
ທີ່ມາ: https://www.sggp.org.vn/my-tan-cong-kho-vu-khi-cua-houthi-o-yemen-post764021.html






(0)