ໃນລະຫວ່າງວັນທີ 9 – 11 ສິງຫາ, ຢູ່ນະຄອນ ດ່າໜັງ, ກະຊວງ ການຕ່າງປະເທດ ໄດ້ສົມທົບກັບສະຖານທູດອາເມລິກາ ຈັດຕັ້ງຊຸດຝຶກອົບຮົມທັກສະການສື່ສານທັນສະໄໝ ແລະ ຂໍ້ມູນຂ່າວສານຕ່າງປະເທດໃຫ້ແກ່ໂຄສົກ, ພະນັກງານທີ່ຮັບຜິດຊອບວຽກງານໂຄສະນາ ແລະ ເຜີຍແຜ່ຂ່າວຕ່າງປະເທດຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ.
ທ່ານລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ເລທິທູຮັ່ງ ກ່າວຄຳເຫັນໄຂກອງປະຊຸມ. ພາບ: ໜັງສືພິມສາກົນ |
ກ່າວຄຳເຫັນທີ່ໄຂກອງປະຊຸມ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ເນັ້ນໜັກວ່າ: ນີ້ແມ່ນຊຸດອົບຮົມສື່ມວນຊົນຄັ້ງທຳອິດໄດ້ຈັດຕັ້ງບົນພື້ນຖານການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ອາເມລິກາ ແລະ ໄດ້ຮັບການຕອບສະໜອງຂອງບັນດາແຂວງ, ນະຄອນໃນທົ່ວປະເທດ, ດ້ວຍການເຂົ້າຮ່ວມຂອງນັກສຶກສາ 62 ຄົນທີ່ມາຈາກ 49 ແຂວງ, ນະຄອນ. ຫຼັກສູດດັ່ງກ່າວມີເນື້ອໃນພາກປະຕິບັດ, ປະກອບສ່ວນໜູນຊ່ວຍສ້າງຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທ້ອງຖິ່ນໂດຍກົງປະຕິບັດວຽກງານຂ່າວຕ່າງປະເທດ.
ເຂົ້າຮ່ວມພິທີເປີດງານ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper ຢືນຢັນວ່າ: ຫຼັກສູດແມ່ນການເຄື່ອນໄຫວທີ່ຖືກຈັດຂຶ້ນໃນຈຸດເວລາພິເສດ, ໄດ້ຊ່ວຍໃຫ້ສອງປະເທດຫວຽດນາມ - ອາເມລິກາ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ເລິກເຊິ່ງກ່ວາອີກ.
ນອກຈາກການຝຶກອົບຮົມຍົກລະດັບຄຸນນະພາບຊັບພະຍາກອນມະນຸດແລ້ວ, ຊຸດຝຶກອົບຮົມຍັງສ້າງເຄືອຂ່າຍ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງກຳລັງຂໍ້ມູນຂ່າວສານຕ່າງປະເທດຂອງບັນດາແຂວງ, ນະຄອນໃນຂອບເຂດທົ່ວປະເທດ ເວົ້າລວມ ແລະ ກັບສະຖານທູດອາເມລິກາ ໂດຍສະເພາະ, ປະກອບສ່ວນຮັດແໜ້ນຄວາມເຂົ້າໃຈ ແລະ ການຮ່ວມມືໃນຕໍ່ໜ້າ ກໍ່ຄືການຮັດແໜ້ນສາຍພົວພັນລະຫວ່າງສອງປະເທດ.
ຫວຽດນາມ ແລະ ຈີນ
* ກະລຸນາໄປຢ້ຽມຢາມ ພາກ ການເມືອງ ເພື່ອເບິ່ງຂ່າວແລະບົດຄວາມທີ່ກ່ຽວຂ້ອງ.
ທີ່ມາ
(0)