ທ່ານ Evgeny Zagaynov ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາຊຽນ. (ທີ່ມາ: Antara) |
ແບ່ງປັນກັບນັກຂ່າວພາຍຫຼັງການເປີດເຫດການ “5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ” ເມື່ອມໍ່ໆມານີ້ ຢູ່ນະຄອນຫຼວງຈາກາຕາ (ອິນໂດເນເຊຍ), ທ່ານເອກອັກຄະລັດຖະທູດ Evgeny Zagaynov ຢືນຢັນວ່າ ລັດເຊຍ ແລະ ອາຊຽນ “ມີທ່າແຮງບົ່ມຊ້ອນໃຫຍ່ຫຼວງໃນການຮ່ວມມືບັນດາໂຄງການພະລັງງານ, ໃນສະພາບການຄວາມຕ້ອງການພະລັງງານເພີ່ມຂຶ້ນຢູ່ອາຊີຕາເວັນອອກສ່ຽງໃຕ້”.
ຕາມ ນັກການທູດ ຣັດເຊຍແລ້ວ, ຄວາມຕ້ອງການພະລັງງານໃນພາກພື້ນຈະເພີ່ມຂຶ້ນ 50% ໃນປີ 2050, ສະນັ້ນ ການຮ່ວມມືແມ່ນສຳຄັນທີ່ສຸດ.
ສອງຝ່າຍສາມາດຮ່ວມມືໃນຫຼາຍໂຄງການເຊັ່ນ: ການຜະລິດນ້ຳມັນ ແລະ ອາຍແກັສທຳມະຊາດ, ເຕັກໂນໂລຊີສະອາດທີ່ກ່ຽວຂ້ອງເຖິງຖ່ານຫີນແລະແຫຼ່ງພະລັງງານທົດແທນ, ເໝາະສົມກັບຄວາມຕ້ອງການຂອງໂລກໃນການແກ້ໄຂພະລັງງານແບບຍືນຍົງ.
ຣັດເຊຍເປັນຄູ່ເຈລະຈາຂອງອາຊຽນແຕ່ປີ 1996. ໃນເດືອນພະຈິກ 2018, 2 ຝ່າຍໄດ້ເຫັນດີຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.
ເດືອນກໍລະກົດຜ່ານມາ, ລັດຖະມົນຕີການຕ່າງປະເທດອາຊຽນ ແລະ ລັດເຊຍ ໄດ້ຮັບຮອງເອົາ “ຖະແຫຼງການຮ່ວມຂອງລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ລັດເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ ຄົບຮອບ 5 ປີ”, ເຊິ່ງໄດ້ຊີ້ອອກບັນດາຂົງເຂດບຸລິມະສິດຮ່ວມມືລະຫວ່າງ 2 ຝ່າຍໃນຊຸມປີຕໍ່ໜ້າ.
ຂົງເຂດບູລິມະສິດລວມມີຄວາມໝັ້ນຄົງດ້ານສະບຽງອາຫານ, ການຫຼຸດຜ່ອນໄພພິບັດ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຊີວະນາໆພັນ, ພະລັງງານແບບຍືນຍົງ ແລະ ຄວາມໝັ້ນຄົງດ້ານພະລັງງານ.
ທ່ານເອກອັກຄະລັດຖະທູດ Zagaynov ໃຫ້ຮູ້ວ່າ: ລັດເຊຍ ພ້ອມແລ້ວທີ່ຈະເພີ່ມທະວີການສະໜອງນ້ຳມັນ ແລະ ອາຍແກັສທຳມະຊາດ (LNG) ໃຫ້ບັນດາປະເທດອາຊຽນ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ພາກພື້ນ.
ປະຈຸບັນ, ອົງການພະລັງງານລັດເຊຍ ພວມຕັ້ງໜ້າຮ່ວມມືກັບສູນພະລັງງານອາຊຽນ ໃນການປະຕິບັດຫຼາຍໂຄງການຮ່ວມກ່ຽວກັບສະຖິຕິພະລັງງານ ແລະ ອາຍແກັສທຳມະຊາດ.
ຕາມອົງການພະລັງງານສາກົນ (IEA) ແລ້ວ, ຣັດເຊຍ ແມ່ນປະເທດຜະລິດນ້ຳມັນໃຫຍ່ອັນດັບ 3 ຂອງໂລກ ຖັດຈາກອາເມລິກາ ແລະ ຊາອຸດີ ອາຣາບີ.
ທີ່ມາ
(0)