ນີ້ແມ່ນຂໍ້ມູນທີ່ທ່ານຜູ້ອຳນວຍການໃຫຍ່ ວິສາຫະກິດທາງລົດໄຟຫວຽດນາມ ໄດ້ປະກາດ. ການຂົນສົ່ງນີ້ແມ່ນຮ່ວມມືເພື່ອຮັບປະກັນການຂົນສົ່ງເຄື່ອງບັນເທົາທຸກເປັນໄປດ້ວຍຄວາມສະດວກສະບາຍແລະທັນການ.
ຕາມນັ້ນແລ້ວ, ບໍລິສັດທາງລົດໄຟຫວຽດນາມ ຈະໜູນຊ່ວຍການຂົນສົ່ງເຄື່ອງບັນເທົາທຸກໂດຍບໍ່ເສຍຄ່າ.
ສະເພາະທາງລົດໄຟຈະຂົນສົ່ງເຄື່ອງບັນເທົາທຸກໄປໃຫ້ປະຊາຊົນຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸເລກ 3 ຈາກບັນດາອົງການ, ບຸກຄົນໂດຍຜ່ານຄະນະກຳມະການປະຊາຊົນແຂວງ, ແນວໂຮມປະເທດຊາດ ແຂວງ, ອົງການກາແດງແຂວງ.
ບັນດາອົງການ, ບຸກຄົນ, ພາຍຫຼັງຜ່ານບັນດາອົງການຈັດຕັ້ງ, ສາມາດໄປເຖິງບັນດາສະຖານີດັ່ງນີ້: ໄຊງ່ອນ, ເພງແທ່ງ, ຈາຈ່າງ, ດ່າໜັງ, ຫາຍຟ່ອງ, ດົ່ງໂຮ້ຍ, ຫວິງ, ແທງຮ໋ວາ ເພື່ອໄປສົ່ງສິນຄ້າຢູ່ສະຖານີຢາບບາດ ຫຼື ສະຖານີ ຮ່າໂນ້ຍ .
ທີ່ມາ: https://vietnamnet.vn/nganh-duong-sat-mien-phi-van-chuyen-hang-cuu-tro-gui-dong-bao-anh-huong-bao-2320820.html
(0)