ເຫດການ “Open Innovation Day 2025” (OID 2025) ໃນລະຫວ່າງວັນທີ 25-26 ຕຸລາ 2025 ທີ່ສູນປະດິດສ້າງ SoiHub, ນະຄອນ ໂຮ່ຈີມິນ ໄດ້ເຕົ້າໂຮມຜູ້ຕາງຫນ້າບັນດາກົມກອງ, ບໍລິສັດທີ່ມີຊື່ສຽງ, ບັນດາວິສາຫະກິດເລີ່ມຕົ້ນ ແລະອົງການຈັດຕັ້ງສາກົນ.
ດ້ວຍຫົວຂໍ້ “ການບຸກທະລຸດ້ານເຕັກໂນໂລຢີ - ສົ່ງເສີມການຫັນປ່ຽນສີຂຽວ ແລະ ດິຈິຕອລ”, OID 2025 ສຸມໃສ່ປຶກສາຫາລືກ່ຽວກັບການແກ້ໄຂພາກປະຕິບັດຕົວຈິງສຳລັບບັນດາຂົງເຂດທີ່ສຳຄັນເຊັ່ນ: ປັນຍາປະດິດ, blockchain, ພະລັງງານສີຂຽວ ແລະລະບົບຕ່ອງໂສ້ການສະໜອງແບບຍືນຍົງ.
ຕາມບັນດານັກຊ່ຽວຊານແລ້ວ, ນີ້ແມ່ນເວທີປາໄສທີ່ດີເລີດເພື່ອຮ່ວມກັນແກ້ໄຂບັນດາສິ່ງທ້າທາຍຂອງຫວຽດນາມ ຍ້ອນມີຄວາມສາມາດນຳໃຊ້ສູງຂອງບັນດາມາດຕະການແກ້ໄຂທີ່ສະເໜີ. ພ້ອມກັບບັນດາວາລະປຶກສາຫາລື, ບັນດາການເຄື່ອນໄຫວເຄືອຂ່າຍດຳເນີນທຸລະກິດ ແລະ Tech Showcase ໄດ້ຊຸກຍູ້ການຮ່ວມມື ແລະ ການລົງທຶນ, ປະກອບສ່ວນປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ ໃນອະນາຄົດ./.
ທີ່ມາ: https://www.vietnamplus.vn/ngay-doi-moi-sang-tao-mo-2025-ban-dap-cho-chuyen-doi-so-va-xanh-post1072859.vnp






(0)