ວັນທ່ອງທ່ຽວຫວຽດນາມ 2025 ຄາດວ່າຈະດຶງດູດຜູ້ແທນທັງສູນກາງ ແລະ ທ້ອງຖິ່ນປະມານ 400 ຄົນໃນທົ່ວປະເທດ, ໂດຍສະເພາະແມ່ນສະມາຄົມທ່ອງທ່ຽວ ແລະ ບັນດາວິສາຫະກິດທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາຍັງ ກວາງນິງ .
ຜ່ານການເຄື່ອນໄຫວດັ່ງກ່າວ, ວັນທ່ອງທ່ຽວ ຫວຽດນາມ 2025 ສ້າງກາລະໂອກາດໃຫ້ບັນດາວິສາຫະກິດບໍລິການ ທ່ອງທ່ຽວ ແຂວງ ກວາງນິງ ໂຄສະນາບັນດາຍີ່ຫໍ້, ແນະນຳ, ຈຳໜ່າຍຜະລິດຕະພັນ ແລະ ພັດທະນາການພົວພັນຮ່ວມມືດ້ານທຸລະກິດກັບບັນດາຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ, ເພີ່ມທະວີທີ່ຕັ້ງ ແລະ ບົດບາດຂອງການເຄື່ອນໄຫວດຳເນີນທຸລະກິດ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຜີຍແຜ່ ແລະ ໂຄສະນາຮູບພາບ ແລະ ເຄື່ອງໝາຍການທ່ອງທ່ຽວ ກວາງນິງ ອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ ດ້ວຍຄຳປາໄສ “ທ່ອງທ່ຽວກວາງນິງ - ປອດໄພ, ເປັນມິດ, ດຶງດູດ, ວິຊາຊີບ”; ຢືນຢັນທີ່ຕັ້ງແຫຼ່ງທ່ອງທ່ຽວແຖວໜ້າຂອງຫວຽດນາມ ແລະ ພາກພື້ນ.
ພ້ອມກັນນັ້ນ, ເຫດການດັ່ງກ່າວຍັງຊ່ວຍຮັກສາຂະບວນການເຕີບໂຕ ແລະ ຍູ້ແຮງການດຶງດູດນັກທ່ອງທ່ຽວຫວຽດນາມ ເວົ້າລວມ ແລະ ກວາງນິງ ເວົ້າສະເພາະ; ສູ້ຊົນເຮັດສຳເລັດເປົ້າໝາຍຕ້ອນຮັບນັກທ່ອງທ່ຽວ 21,2 ລ້ານເທື່ອຄົນຮອດປີ 2025, ດ້ວຍຍອດລາຍຮັບການທ່ອງທ່ຽວບັນລຸ 57.000 ຕື້ດົ່ງ.
ເຫດການດັ່ງກ່າວແມ່ນບັນດາການເຄື່ອນໄຫວສະເພາະຄື: ແນະນຳການທ່ອງທ່ຽວກວາງນິງ; ຊຸກຍູ້ການທ່ອງທ່ຽວ, ເຊື່ອມຕໍ່ທຸລະກິດ; ເວທີປາໄສທ່ອງທ່ຽວແຫ່ງຊາດ;... ໃນນັ້ນ, ບັນດາການເຄື່ອນໄຫວຕົ້ນຕໍແມ່ນ “ເວທີປາໄສທ່ອງທ່ຽວ ຫວຽດນາມ 2025” ຈະດຳເນີນໃນວັນທີ 21/11.
ວັນທ່ອງທ່ຽວຫວຽດນາມ 2025 ແມ່ນເຫດການສຳຄັນໃນປີ 2025, ມີຄວາມໝາຍໃຫຍ່ຫຼວງໃນຂະແໜງການທ່ອງທ່ຽວຫວຽດນາມ ແລະ ພາກພື້ນ, ສ້າງພື້ນຖານເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ ກວາງນິງ ໃນປີ 2025 ແລະ ໃນໄລຍະຈະມາເຖິງ. ນີ້ແມ່ນຄັ້ງທຳອິດທີ່ງານບຸນທ່ອງທ່ຽວໄດ້ຮັບການຈັດຕັ້ງ ແລະ ມຸ່ງໄປສູ່ການເຄື່ອນໄຫວທ່ອງທ່ຽວປະຈຳປີຂອງຂະແໜງທ່ອງທ່ຽວຫວຽດນາມ....
ທີ່ມາ: https://baophapluat.vn/ngay-lu-hanh-viet-nam-se-duoc-to-chuc-lan-dau-tien-tai-quang-ninh.html






(0)