
ຍີ່ປຸ່ນໃຫ້ຄຳໝັ້ນສັນຍາຈະພ້ອມກັບອາຊຽນໄປສູ່ອະນາຄົດທີ່ຍືນຍົງ
ການຮ່ວມມືດ້ານ ກິລາ ລະຫວ່າງອາຊຽນ - ຍີ່ປຸ່ນ ໄດ້ຮັບການພັດທະນາຢ່າງແຂງແຮງໃນຫລາຍປີຜ່ານມາ, ປະກອບສ່ວນຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ກິລາໂຮງຮຽນ, ກິລາຄົນພິການ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່ວາງດ່າວຢຸງ ໄດ້ຕີລາຄາສູງໝາກຜົນການຮ່ວມມືອັນດີງາມລະຫວ່າງ 2 ຝ່າຍຜ່ານກອງປະຊຸມ 4 ຄັ້ງຜ່ານມາ, ພ້ອມທັງຍົກອອກບັນດາຄວາມຮຽກຮ້ອງຕ້ອງການສືບຕໍ່ປະຕິບັດເພື່ອໃຫ້ກິລາກາຍເປັນກຳລັງຊຸກຍູ້ການພັດທະນາຮອບດ້ານ.
ດ້ວຍຫົວຂໍ້ວ່າ “ອະນາຄົດຮ່ວມມືທາງດ້ານກິລາ-ການຮ່ວມມືອາຊຽນ-ຍີ່ປຸ່ນມຸ່ງໄປເຖິງ 2030”, ກອງປະຊຸມໄດ້ກວດກາຄືນຂະບວນການຮ່ວມມື ແລະ ໄດ້ເຫັນດີກ່ຽວກັບບັນດາທິດທາງບຸລິມະສິດໃນໄລຍະຈະມາເຖິງ.
ບົດລາຍງານຂອງຮອງຜູ້ອຳນວຍການໃຫຍ່ອົງການກິລາຫວຽດນາມ Le Thi Hoang Yen ຢືນຢັນວ່າ ຖະແຫຼງການຊຽງໃໝ່ 2023 ແມ່ນພື້ນຖານສຳຄັນເພື່ອໃຫ້ການຮ່ວມມືດ້ານກິລາ ອາຊຽນ - ຍີ່ປຸ່ນ ຮອດປີ 2030.
2 ຝ່າຍເຫັນດີສືບຕໍ່ຮ່ວມມືໃນ 5 ຂົງເຂດບຸລິມະສິດຄື: ພັດທະນາຄູສອນກິລາ, ຄູເຝິກ; ສົ່ງເສີມກິລາຄົນພິການ; ເພີ່ມທະວີການມີສ່ວນຮ່ວມຂອງແມ່ຍິງໃນກິລາ; ປັບປຸງຄວາມສາມາດຕ້ານຢາເສບຕິດ; ແລະພັດທະນາການຄຸ້ມຄອງກິລາ ແລະອຸດສາຫະກໍາ.

ທ່ານ Kawai Junichi ປະທານສະພາກິລາຍີ່ປຸ່ນ, ຕາງໜ້າກະຊວງສຶກສາທິການ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີຍີ່ປຸ່ນ ຢືນຢັນວ່າ, ຍີ່ປຸ່ນ ຖືເປັນສຳຄັນ “ການຮ່ວມມືດ້ວຍຫົວໃຈກັບຫົວໃຈ” ກັບອາຊຽນ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະແບ່ງປັນປະສົບການ ແລະ ເຕັກໂນໂລຊີ ເພື່ອສ້າງສັງຄົມພັດທະນາຮອບດ້ານຜ່ານກິລາ.
ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມ AMMS + ຍີ່ປຸ່ນ 5 ສະບັບ, ຢືນຢັນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືຮອດປີ 2030 ດ້ວຍຈຸດສຸມແມ່ນ “ກິລາເພື່ອສັນຕິພາບ, ສຸຂະພາບ ແລະ ການພັດທະນາແບບຍືນຍົງ”.
ໃນຕອນທ້າຍຂອງກອງປະຊຸມ, ທ່ານຮອງລັດຖະມົນຕີ ຮວ່າງດ່າວກວາງ ໄດ້ຕີລາຄາສູງການຮ່ວມມືຂອງ ຍີ່ປຸ່ນ ແລະ ຫວັງວ່າຈະສືບຕໍ່ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກບັນດາຄູ່ຮ່ວມມື, ພິເສດແມ່ນໃນຂະບວນການກະກຽມໃຫ້ແກ່ງານມະຫາກຳກິລາອາຊີ ຄັ້ງທີ 20 ປີ 2026 ຢູ່ Aichi – Nagoya.
ທ່ານຢືນຢັນວ່າ: ການສະໜັບສະໜູນຂອງຍີ່ປຸ່ນຈະປະກອບສ່ວນອັນສຳຄັນເຂົ້າໃນຄວາມສາມັກຄີ ແລະ ພັດທະນາແບບຍືນຍົງຂອງປະຊາຄົມກິລາອາຊຽນໃນອະນາຄົດ.
ອາຊຽນແລະຈີນຊຸກຍູ້ການຮ່ວມມືດ້ານກິລາເພື່ອສັນຕິພາບ

ຕອນບ່າຍມື້ນີ້, ກອງປະຊຸມລັດຖະມົນຕີກິລາອາຊຽນ+ຈີນຄັ້ງທີ 2, ໃນຂອບເຂດກອງປະຊຸມລັດຖະມົນຕີກິລາອາຊຽນໄດ້ສິ້ນສຸດລົງດ້ວຍຂໍ້ຄວາມວ່າ: "ຮ່ວມມືສ້າງສາປະຊາຄົມອາຊຽນ-ຈີນທີ່ມີສັນຕິພາບ, ຂະຫຍັນຂັນເຄື່ອນແລະຈະເລີນຮຸ່ງເຮືອງທາງດ້ານກິລາ". ເຫດການດັ່ງກ່າວໄດ້ເປັນຂີດໝາຍບາດກ້າວໃໝ່ໃນການພັດທະນາການຮ່ວມມືລະຫວ່າງ 2 ຝ່າຍ, ມຸ່ງໄປສູ່ອະນາຄົດທີ່ມີມະນຸດສະທຳ ແລະ ຍືນຍົງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ Hoang Dao Cuong ເນັ້ນໜັກວ່າ: ການຮ່ວມມືດ້ານກິລາລະຫວ່າງ ອາຊຽນ - ຈີນ ບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນໃນການແລກປ່ຽນວິຊາຊີບ, ການຝຶກອົບຮົມຄູຝຶກ ແລະ ພັດທະນາກິລາໂຮງຮຽນ.
ທ່ານໄດ້ຊົມເຊີຍຂໍ້ລິເລີ່ມຂອງຈີນໃນການສະໜັບສະໜູນໂຄງການຝຶກອົບຮົມ, ການແລກປ່ຽນວັດທະນະທຳກິລາ ແລະ ແລກປ່ຽນປະສົບການໃນການຈັດງານໃຫຍ່ເຊັ່ນງານກິລາໂອລິມປິກປັກກິ່ງແລະງານກິລາເອຊຽນເກມ.
ບົນພື້ນຖານນັ້ນ, ຫວຽດນາມ ໄດ້ສະເໜີ 3 ຂໍ້ລິເລີ່ມຮ່ວມມືສຳຄັນໄລຍະ 2025-2030: ພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານກິລາຜ່ານເຄືອຂ່າຍສູນຝຶກ ແລະ ຄົ້ນຄ້ວາ ອາຊຽນ - ຈີນ; ສົ່ງເສີມກິລາເຍົາວະຊົນຜ່ານການແຂ່ງຂັນ ແລະ camps summer; ແລະເສີມຂະຫຍາຍຄຸນຄ່າວັດທະນະທຳແລະມໍລະດົກດ້ານກິລາໂດຍການໂຄສະນາກິລາພື້ນເມືອງເຊັ່ນວູຊູ,ໄຕຈີ,ເຊປັກຕວກແລະໝາກຮຸກຈີນ. ຫວຽດນາມ ກໍ່ຢືນຢັນວ່າ: ການຫັນປ່ຽນດີຈີຕອນແມ່ນກະແຈເພື່ອຍົກສູງປະສິດທິຜົນການຮ່ວມມືດ້ານກິລາໃນຍຸກໃໝ່.
ທີ່ການຮ່ວມກອງປະຊຸມ, ທ່ານຫຼີເຄິ້ສຽງ ຮອງຜູ້ອຳນວຍການໃຫຍ່ອົງການບໍລິຫານງານກິລາຈີນກ່າວເນັ້ນວ່າ, ອາຊຽນແມ່ນຄູ່ຮ່ວມມືອັນດັບໜຶ່ງໃນນະໂຍບາຍຂອງຈີນ, ຖືກິລາເປັນຂົວຕໍ່ເພີ່ມຄວາມເຂົ້າໃຈແລະຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.
ທ່ານຫຼີເຄີ້ສຽງຢືນຢັນວ່າ, ຈີນຈະສືບຕໍ່ສະໜັບສະໜູນອາຊຽນໃນການຝຶກອົບຮົມຄູຝຶກ, ພັດທະນາກິລາຊຸມຊົນແລະການຈັດຕັ້ງງານກິລາຮ່ວມ, ພິເສດແມ່ນກິລາພື້ນເມືອງ.
ບັນດາປະເທດສະມາຊິກໄດ້ຮັບຮອງເອົາຖະແຫຼງການຮ່ວມອາຊຽນ-ຈີນກ່ຽວກັບການຮ່ວມມືດ້ານກິລາ, ໄດ້ກຳນົດວ່າກິລາເປັນການຊຸກຍູ້ສັນຕິພາບ, ຄວາມເຂົ້າໃຈແລະການພັດທະນາແບບຍືນຍົງ. ຖະແຫຼງການໄດ້ຊີ້ອອກ 5 ທິດທາງຕົ້ນຕໍ, ໃນນັ້ນມີການສ້າງກົນໄກຮ່ວມມືດ້ານກິລາອາຊຽນ-ຈີນ, ຊຸກຍູ້ການແລກປ່ຽນປະຊາຊົນ, ເພີ່ມທະວີຄວາມສາມາດດ້ານວິຊາຊີບ ແລະ ຊຸກຍູ້ບັນດາໂຄງການຮ່ວມມືຄື “ເຂດກິລາອາຊຽນ”.
ກອງປະຊຸມຍັງໄດ້ຍົກໃຫ້ເຫັນໝາກຜົນຂອງໂຄງການຮ່ວມມືທີ່ໄດ້ສຳເລັດໄລຍະ I ຢູ່ກຳປູເຈຍ ແລະ ອິນໂດເນເຊຍ ແລະ ພວມກະກຽມຜັນຂະຫຍາຍໄປຍັງລາວ, ບຣູໄນ, ມຽນມາ ແລະ ໄທ. ຈີນຢືນຢັນຈະສືບຕໍ່ສະໜັບສະໜູນຂໍ້ລິເລີ່ມໃໝ່, ລວມທັງ “ວັນໄຕຈີສາກົນ” ທີ່ຈະໄດ້ຮັບການພິຈາລະນາຮັບຮອງຈາກອົງການ UNESCO ໃນທ້າຍປີ 2025.
ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີກ່ຽວກັບຂໍ້ຄວາມວ່າ: “ກິລາແມ່ນຂົວຕໍ່ສັນຕິພາບ, ຄວາມເຂົ້າໃຈ ແລະການຮ່ວມມື”, ເຫັນດີໃຫ້ກຳປູເຈຍ ແລະຈີນ ເປັນເຈົ້າພາບຮ່ວມກອງປະຊຸມລັດຖະມົນຕີກິລາ ອາຊຽນ + ຈີນ ຄັ້ງທີ 3 ໃນປີ 2027. ບັນດາຜູ້ແທນໄດ້ຂອບໃຈ ຫວຽດນາມ ທີ່ໄດ້ຈັດຕັ້ງງານດັ່ງກ່າວປະສົບຜົນສໍາເລັດ, ປະກອບສ່ວນເຮັດໃຫ້ການພົວພັນດ້ານກິລາ ອາຊຽນ-ຈີນ ກ້າວເຂົ້າສູ່ໄລຍະການຮ່ວມມືຮອບດ້ານ ແລະ ແທດຈິງກວ່າ.
ທີ່ມາ: https://nhandan.vn/nhat-ban-trung-quoc-cam-ket-tang-cuong-hop-tac-dong-hanh-phat-trien-ben-vung-cung-the-thao-asean-post916115.html
(0)