
ໃນໄລຍະໃໝ່ 2025-2030, ແຂວງ ດັກລັກ ສູ້ຊົນບັນລຸໄດ້ບັນດາຄາດໝາຍຕົ້ນຕໍຄື: ອັດຕາການເຕີບໂຕສະເລ່ຍຂອງລວມຍອດຜະລິດຕະພັນພາຍໃນຂອງພາກພື້ນ (GRDP ດ້ວຍລາຄາທຽບໃສ່) ໄລຍະ 2026-2030 ຈາກ 10,5%/ປີ ຂຶ້ນໄປ; GRDP ຕໍ່ຫົວຄົນ (ຕາມລາຄາປະຈຸບັນ) ຮອດປີ 2030 ບັນລຸ 153 ລ້ານດົ່ງ/ຄົນ ຫຼື ຫຼາຍກວ່ານັ້ນ; ຍອດຈຳນວນເງິນລົງທຶນສັງຄົມໃນໄລຍະ 5 ປີ 2026-2030 ບັນລຸກວ່າ 620.000 ຕື້ດົ່ງ, ກວມປະມານ 35% ຂອງ GRDP ດ້ວຍລາຄາປະຈຸບັນ; ຍອດມູນຄ່າການສົ່ງອອກໃນ 5 ປີ 2026-2030 ບັນລຸກວ່າ 13.000 ລ້ານ USD, ເພີ່ມຂຶ້ນສະເລ່ຍ 5 – 6%/ປີ; ຍອດມູນຄ່າການຂາຍຍ່ອຍສິນຄ້າ ແລະ ການບໍລິການໃນ 5 ປີ 2026-2030 ຈະບັນລຸ 1.240.000 ຕື້ດົ່ງ, ເພີ່ມຂຶ້ນສະເລ່ຍປະມານ 10%/ປີ; ຈຳນວນ ນັກທ່ອງທ່ຽວ ເຂົ້າແຂວງໃນ 5 ປີ 2026-2030 ບັນລຸ 43 ລ້ານເທື່ອຄົນ, ເພີ່ມຂຶ້ນສະເລ່ຍ 10,97%/ປີ; ຍອດລາຍຮັບການທ່ອງທ່ຽວໃນ 5 ປີ 2026-2030 ບັນລຸ 97.150 ຕື້ດົ່ງ, ເພີ່ມຂຶ້ນສະເລ່ຍ 14,5%/ປີ; ລາຍຮັບງົບປະມານຂອງລັດໃນພື້ນທີ່ (ບໍ່ລວມຄ່ານໍາໃຊ້ທີ່ດິນ) ຈະເພີ່ມຂຶ້ນໂດຍສະເລ່ຍ 11%/ປີ ຫຼືຫຼາຍກວ່ານັ້ນ; ຈຳນວນວິສາຫະກິດສ້າງຕັ້ງໃໝ່ໃນ 5 ປີ 2026-2030 ບັນລຸປະມານ 15.500 ແຫ່ງ, ເພີ່ມຂຶ້ນສະເລ່ຍ 13%/ປີ; ອັດຕາສະມາຊິກພັກເຂົ້າໃໝ່ໃນແຕ່ລະປີ ຈະບັນລຸ 3-4% ຂອງຈຳນວນສະມາຊິກພັກທັງໝົດ.../.
ທີ່ມາ: https://www.vietnamplus.vn/nhiem-ky-2025-2030-xay-dung-tinh-dak-lak-phat-trien-nhanh-ben-vung-post1075541.vnp






(0)