ງານບຸນ ຫວຽດນາມ - ຍີ່ປຸ່ນ ແມ່ນງານບຸນວັດທະນະທຳ ແລະ ການທູດຮອບດ້ານກັບ ຍີ່ປຸ່ນ ໄດ້ຈັດຂຶ້ນປະຈຳປີ ຢູ່ນະຄອນ ດ່ານັງ , ໄດ້ກາຍເປັນຂົວທີ່ສຳຄັນ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເວົ້າລວມ ແລະ ລະຫວ່າງນະຄອນ ດ່າໜັງ ກັບບັນດາທ້ອງຖິ່ນ ແລະ ບັນດາຄູ່ຮ່ວມມືຂອງ ຍີ່ປຸ່ນ ເວົ້າສະເພາະ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິແອງທິ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໃຫ້ຮູ້ວ່າ: ປີນີ້, ງານບຸນໄດ້ດຳເນີນໄປໃນຈຸດເວລາພິເສດ - ພຽງແຕ່ບໍ່ເທົ່າໃດວັນພາຍຫຼັງນະຄອນດ່ານັ້ງໃໝ່ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ບົນພື້ນຖານເຊື່ອມໂຍງເມືອງເກົ່າ ແລະ ແຂວງ ກວາງນາມ ເມື່ອວັນທີ 1/7/2025.
ເຫດການນີ້ບໍ່ພຽງແຕ່ເປັນຂີດໝາຍຈຸດເລີ່ມຕົ້ນຂອງໄລຍະພັດທະນາໃໝ່ຂອງນະຄອນເທົ່ານັ້ນ, ຫາກຍັງສ້າງກາລະໂອກາດຮ່ວມມື, ແລກປ່ຽນລະຫວ່າງນະຄອນ ດ່າໜັງໃໝ່ ກັບບັນດາຄູ່ຮ່ວມມື ແລະ ທ້ອງຖິ່ນຂອງ ຍີ່ປຸ່ນ - ປະເທດທີ່ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອກັບຫວຽດນາມ ມາແຕ່ດົນນານ.


ເພື່ອແນໃສ່ຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ໂຄສະນາພາບພົດຂອງສອງປະເທດ, ງານບຸນຍັງມີບັນດາການເຄື່ອນໄຫວທີ່ເປັນເອກະລັກສະເພາະຄື: ບັນດາລາຍການສະແດງສິລະປະພື້ນເມືອງ ແລະ ປະຈຸບັນ, ບັນດາລາຍການທີ່ມີຄວາມຫຼາກຫຼາຍ, ເຂດວາງສະແດງວັດທະນະທຳ, ທ່ອງທ່ຽວ, ອາຫານການກິນ ແລະ ບັນດາຜະລິດຕະພັນປົກກະຕິຂອງ 2 ປະເທດ.
ໃນຂອບເຂດງານບຸນ, ຍັງມີການວາງສະແດງບັນດາໝາກຜົນການຮ່ວມມືລະຫວ່າງນະຄອນ ດ່ານັ້ງ ແລະ ບັນດາຄູ່ຮ່ວມມື ຍີ່ປຸ່ນ; 100 ຫໍແນະນຳລັກສະນະວັດທະນະທຳ, ຜະລິດຕະພັນ ແລະ ການບໍລິການຂອງສອງປະເທດ; ງານວາງສະແດງຮູບແຕ້ມຂອງເດັກນ້ອຍຈາກຕົວເມືອງຍີ່ປຸ່ນທີ່ມີການພົວພັນຮ່ວມມື; ໂຄງການແລກປ່ຽນສິລະປະຫວຽດນາມ - ຍີ່ປຸ່ນ ດຳເນີນໄປທຸກຄືນ;

ພ້ອມກັນນັ້ນ, ງານບຸນຍັງເປັນຈຸດພົ້ນເດັ່ນໃນການຊຸກຍູ້ການລົງທຶນ, ການຄ້າ, ການສຶກສາ, ການຈ້າງງານ, ການທ່ອງທ່ຽວ ແລະ ອື່ນໆ ໂດຍຜ່ານບັນດາກອງປະຊຸມສຳມະນາ, ກອງປະຊຸມ ແລະ ການເຄື່ອນໄຫວສ້າງເຄືອຂ່າຍລະຫວ່າງບັນດາອົງການ, ວິສາຫະກິດ ແລະ ຄູ່ຮ່ວມມືຂອງສອງຝ່າຍ.
ທີ່ມາ: https://www.sggp.org.vn/nhieu-hoat-dong-hap-dan-tai-le-hoi-viet-nam-nhat-ban-lan-thu-10-post802511.html
(0)