
ຮ້ານກາເຟຢູ່ຖະໜົນລົດໄຟ ຮ່າໂນ້ຍ - ພາບ: AFP
ການຟື້ນຕົວໄດ້ລື່ນກາຍເປົ້າໝາຍກ່ອນການລະບາດຂອງພະຍາດ
ໜັງສືພິມ Nikkei Asia ຂອງຍີ່ປຸ່ນ ໄດ້ອ້າງເຖິງການຄາດການຂອງບໍລິສັດຄົ້ນຄວ້ານາໆຊາດ BMI ຂອງອັງກິດ ເຊິ່ງເປັນຫົວໜ່ວຍຂອງ Fitch Solutions ສະແດງໃຫ້ເຫັນວ່າ ຫວຽດນາມ ສາມາດຕ້ອນຮັບນັກທ່ອງທ່ຽວສາກົນໄດ້ຫຼາຍກວ່າ 22 ລ້ານຄົນໃນປີນີ້, ໃນຂະນະທີ່ເປົ້າໝາຍ ຂອງລັດຖະບານ ແມ່ນ 25 ລ້ານຄົນ.
ຕົວເລກນີ້ລື່ນກາຍ 18 ລ້ານຄົນທີ່ໄດ້ບັນທຶກໄວ້ໃນປີ 2019, ເປັນຂີດໝາຍການຟື້ນຕົວຂອງຂະແໜງ ທ່ອງທ່ຽວ ຫວຽດນາມ ພາຍຫຼັງໂລກລະບາດໂຄວິດ-19.
ສະຖຽນລະພາບທາງດ້ານການເມືອງແມ່ນຖືເປັນທ່າໄດ້ປຽບໃຫຍ່ທີ່ຊ່ວຍໃຫ້ຫວຽດນາມ ຮຸ່ງເຮືອງເຫຼືອງເຫຼື້ອມໃນພາກພື້ນ, ໃນສະພາບການຄວາມຂັດແຍ້ງຊາຍແດນໄທ-ກໍາປູເຈຍ ທີ່ແກ່ຍາວໄປ ແລະ ການປະທ້ວງຢູ່ອິນໂດເນເຊຍ ຍັງບໍ່ຫລຸດລົງ.
ລັດຖະບານຫວຽດນາມ ກໍ່ໄດ້ປະກອບສ່ວນຊຸກຍູ້ການເຕີບໂຕໂດຍຂະຫຍາຍການຍົກເວັ້ນວີຊາໃຫ້ 12 ປະເທດ, ພ້ອມທັງຊຸກຍູ້ບັນດາຈຸດໝາຍທ່ອງທ່ຽວທີ່ມີຊື່ສຽງຄື ອ່າວ ຮ່າລອງ, ເກາະ Phu Quoc ແລະ ຖ້ຳ Son Doong - ຖ້ຳໃຫຍ່ກວ່າໝູ່ໃນໂລກ.
ທ່ານ Brandon Msimanga, ຜູ້ອຳນວຍການພາກພື້ນ BMI ກ່າວວ່າ: “ຫວຽດນາມ ກາຍເປັນທາງເລືອກອັນດັບໜຶ່ງຂອງນັກທ່ອງທ່ຽວຈີນ, ລື່ນກາຍໄທ”.
ສາເຫດແມ່ນມາຈາກຄວາມເປັນຫ່ວງກ່ຽວກັບຄວາມປອດໄພດ້ານການທ່ອງທ່ຽວໃນໄທ ພາຍຫຼັງການລັກພາຕົວນັກສະແດງຈີນໃນຕົ້ນປີ 2025, ພ້ອມກັບທ່າອ່ຽງການທ່ອງທ່ຽວແບບປະຢັດຂອງຜູ້ບໍລິໂພກຈີນຫຼາຍຂຶ້ນ.
ໄລ່ຮອດທ້າຍເດືອນຕຸລາຜ່ານມາ, ຫວຽດນາມໄດ້ຕ້ອນຮັບນັກທ່ອງທ່ຽວ 17 ລ້ານເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວຈີນ 4 ລ້ານເທື່ອຄົນ, ຕາມສຳນັກສະຖິຕິທົ່ວໄປ. ໃນຂະນະດຽວກັນ, ຈຳນວນນັກທ່ອງທ່ຽວໄທໃນໄລຍະດຽວກັນໄດ້ຫຼຸດລົງຢ່າງຫຼວງຫຼາຍ.
ການຂະຫຍາຍຕົວຂອງຂາຍຍ່ອຍພາຍໃນ
ການຂະຫຍາຍຕົວຂອງການທ່ອງທ່ຽວຍັງເຮັດໃຫ້ການຂະຫຍາຍຕົວຂອງການຄ້າຂາຍຍ່ອຍພາຍໃນປະເທດ. ໃນ 8 ເດືອນຕົ້ນປີ, ການຂາຍຍ່ອຍເພີ່ມຂຶ້ນ 6,7% ເມື່ອທຽບກັບໄລຍະດຽວກັນຂອງປີ 2024, ໃນຂະນະທີ່ລາຍຮັບການທ່ອງທ່ຽວເພີ່ມຂຶ້ນ 48,4%.
BMI ກ່າວວ່າການຂາຍຍ່ອຍຂອງຫວຽດນາມເກືອບຈະກັບຄືນສູ່ລະດັບກ່ອນການແຜ່ລະບາດ, ເຖິງແມ່ນວ່າຜົນກະທົບຂອງອັດຕາເງິນເຟີ້ຍັງຄົງຢູ່.
ຮູບພາບຂອງຫວຽດນາມສືບຕໍ່ແຜ່ຂະຫຍາຍຢ່າງແຂງແຮງຜ່ານຮູບເງົາແລະດົນຕີ, ດ້ວຍວຽກງານເຊັ່ນ A Tourist's Guide to Love (Netflix), Love in Vietnam (Bollywood) ແລະຜະລິດຕະພັນດົນຕີຫຼາຍຢ່າງໄດ້ບັນລຸລ້ານເທື່ອຢູ່ເທິງເວທີ YouTube.
ບັນດາວິສາຫະກິດທ່ອງທ່ຽວພາຍໃນປະເທດ ຫວຽດນາມ ກໍ່ຍາດແຍ່ງກາລະໂອກາດຢ່າງວ່ອງໄວ, ເປີດກວ້າງການເຄື່ອນໄຫວ ແລະ ການລົງທຶນໃນການບິນ ແລະ ຣີສອດ.
ເຖິງຢ່າງໃດກໍຕາມ, ອຸດສາຫະກຳການທ່ອງທ່ຽວຍັງປະສົບກັບຄວາມທ້າທາຍພາຍຫຼັງເຮືອລຳໜຶ່ງຕົກຢູ່ອ່າວຮ່າລອງເມື່ອເດືອນກໍລະກົດຜ່ານມາ, ເຮັດໃຫ້ 38 ຄົນເສຍຊີວິດໃນທ່າມກາງພາຍຸໃຫຍ່.
ໃນປີດຽວກັນ, ໄດ້ດຳເນີນບັນດາເຫດການສຳຄັນຄື: 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ວັນທ້ອນໂຮມປະເທດຊາດ (30/4/1975 – 30/4/2025), ວັນຊາດ ຫວຽດນາມ ຄົບຮອບ 80 ປີ (2/9/1945 - 2/9/2025), ໄດ້ນຳເອົາຄວາມເອົາໃຈໃສ່ຂອງປະທານາທິບໍດີ Donald Trump ຂອງ ຫວຽດນາມ.
ອຸ່ນພູວົງ
ທີ່ມາ: https://tuoitre.vn/nikkei-asia-viet-nam-don-con-song-vang-du-khach-trung-quoc-20251107110906874.htm






(0)