ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາຍຈູງ ໄດ້ແບ່ງປັນກ່ຽວກັບການເຂົ້າຮ່ວມຂອງ ຫວຽດນາມ ເຂົ້າໃນບັນດາອົງການນິຕິກຳຂອງ ສປຊ ໃນໄລຍະມໍ່ໆມານີ້ ໃນບັນດາຂະບວນການເຈລະຈາເພື່ອກໍ່ສ້າງບັນດາຂອບເຂດກົດໝາຍທີ່ສຳຄັນຕົ້ນຕໍ. ສະເພາະຄື: ຄະນະກຳມະການກົດໝາຍສາກົນ (ILC), ຄະນະກຳມະການກົດໝາຍວ່າດ້ວຍການຄ້າສາກົນ (UNCITRAL), ຄະນະກຳມະການນິຕິກຳ ແລະ ເຕັກນິກ (LTC) ຂອງອຳນາດການປົກຄອງເຂດທະເລ, ສັນຍາວ່າດ້ວຍຊີວະນາໆພັນໃນເຂດນອກຂອບເຂດສິດອຳນາດແຫ່ງຊາດ (BBNJ) ໃນຂອບເຂດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ແລະ ສົນທິສັນຍາ ສປຊ ຕ້ານອາດຊະຍາກຳທາງອິນເຕີເນັດ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຕີລາຄາສູງສຳລັບການຮ່ວມມື ແລະ ໜູນຊ່ວຍດ້ານກົດໝາຍຂອງ ສປຊ ໃນຊຸມປີມໍ່ໆມານີ້, ພິເສດແມ່ນບັນດາການເຄື່ອນໄຫວໜູນຊ່ວຍດ້ານວິຊາການ ແລະ ໂຄງການຝຶກອົບຮົມຍົກສູງຄວາມສາມາດຂອງພະນັກງານດ້ານກົດໝາຍຢູ່ຫຼາຍອົງການ, ກະຊວງຂອງຫວຽດນາມ.
| ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະປະຈຳຫວຽດນາມ ປະຈຳ ສະຫະປະຊາຊາດ ດັ້ງຮ່ວາງຢາງ (ຊ້າຍ) ແລະ ຮອງເລຂາທິການໃຫຍ່ ແລະ ຫົວໜ້າຫ້ອງການນິຕິກຳ ສປຊ Elinor Hammarskjöld. (ພາບ: TTXVN) |
ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຈູງ ຖືວ່າ, ຫວຽດນາມ ສະໜັບສະໜູນ ແລະໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຫ້ອງການກົດໝາຍຂອງ ສປຊ ແລະ ບັນດາປະເທດສະມາຊິກ ເພື່ອຮັບປະກັນການປະຕິບັດບັນດາກົນໄກດ້ານກົດໝາຍຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ຈະຊຸກຍູ້ການປຶກສາຫາລືກ່ຽວກັບການຈັດຕັ້ງປະກອບຄຳເຫັນ ແລະ ພັດທະນາຄວາມກ້າວໜ້າຂອງກົດໝາຍສາກົນພາຍໃນຂອບອົງການສະຫະປະຊາຊາດ.
ທ່ານນາງ Elinor Hammarskjöld, ຮອງເລຂາທິການໃຫຍ່, ຫົວໜ້າຫ້ອງການນິຕິກຳສະຫະປະຊາຊາດ ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນອັນຕັ້ງໜ້າ ແລະ ແທດຈິງຂອງ ຫວຽດນາມ ຢູ່ບັນດາເວທີປາໄສກົດໝາຍຂອງ ສປຊ ໃນໄລຍະມໍ່ໆມານີ້. ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນເພີ່ມທະວີ ແລະ ຮ່ວມມືກັບຫ້ອງການນິຕິກຳ ແລະ ບັນດາອົງການສະຫະປະຊາຊາດ ໃນວິວັດການປະຕິຮູບ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບົບ ສປຊ. ສືບຕໍ່ຊຸກຍູ້ການປະຕິບັດກົດບັດ ແລະ ຫຼັກການພື້ນຖານຂອງກົດໝາຍສາກົນ, ປະກອບສ່ວນເພີ່ມທະວີການປົກປັກຮັກສາກົດໝາຍເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ທຸກພາກພື້ນຂອງໂລກ.
ທີ່ມາ: https://thoidai.com.vn/pho-to-ng-thu-ky-lien-hop-quoc-danh-gia-cao-dong-gop-cu-a-viet-t-nam-tai-i-cac-die-n-da-n-pha-p-ly-quo-c-te-211848.html






(0)