ຣັດເຊຍໄດ້ຖອນຕົວອອກຈາກຕວກກີ ແລະຂໍ້ຕົກລົງທີ່ຮ່ວມກັບອົງການສະຫະປະຊາຊາດ ເພື່ອສ້າງແລວທາງການສົ່ງອອກສະບຽງອາຫານຂອງຢູເຄຣນໃນຕົ້ນເດືອນກໍລະກົດ, ໂດຍກ່າວຫາປະເທດຕາເວັນຕົກວ່າສະກັດກັ້ນການສົ່ງອອກເມັດພືດ ແລະຝຸ່ນຂອງຕົນ.
ວັນທີ 4 ກັນຍາ 2023, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຕ້ອນຮັບປະທານາທິບໍດີ ຕວກກີ Tayyip Erdogan ຢູ່ Sochi, ປະເທດລັດເຊຍ.
ຂໍ້ຕົກລົງດັ່ງກ່າວໄດ້ຮັກສາການສົ່ງອອກເມັດພືດຂອງຢູເຄຣນນັບແຕ່ລະດູຮ້ອນທີ່ຜ່ານມາ, ແຕ່ນັບແຕ່ຣັດເຊຍຖອນອອກ, ການສະໜອງດັ່ງກ່າວໄດ້ຢຸດເຊົາ, ໂດຍມົສກູໄດ້ປິດລ້ອມແລະປະຕິບັດຕໍ່ກຳປັ່ນຂອງອູແກຣນທີ່ເຄື່ອນຍ້າຍຜ່ານເຂດນ່ານນ້ຳເປັນເປົ້າໝາຍ ທາງທະຫານ .
ປະທານາທິບໍດີ ຕວກກີ ໄດ້ຮຽກຮ້ອງໃຫ້ ລັດເຊຍ ຍົກເລີກການປິດລ້ອມ, ເນັ້ນໜັກເຖິງຄວາມສຳຄັນຂອງຂໍ້ຕົກລົງສະຖຽນລະພາບສະບຽງອາຫານໃນທົ່ວ ໂລກ . ທ່ານກໍ່ເນັ້ນໜັກວ່າ, ຂໍ້ຕົກລົງແມ່ນຈຳເປັນເພື່ອຮັກສາຄວາມປອດໄພຢູ່ເຂດທະເລດຳ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປູຕິນກ່າວຕໍ່ທ່ານ Erdogan ວ່າ: "ຂ້າພະເຈົ້າຮູ້ວ່າທ່ານຕັ້ງໃຈຈະຍົກອອກຂໍ້ຕົກລົງກ່ຽວກັບເມັດພືດ, ພວກເຮົາພ້ອມທີ່ຈະເຈລະຈາກ່ຽວກັບບັນຫານີ້."
ທ່ານ Erdogan ຕອບວ່າ "ທຸກຄົນລໍຖ້າເບິ່ງສິ່ງທີ່ຈະເກີດຂື້ນໃນກອງປະຊຸມຂອງພວກເຮົາໃນມື້ນີ້. ຂ້າພະເຈົ້າເຊື່ອວ່າຂໍ້ຄວາມຈາກກອງປະຊຸມຂ່າວຫລັງກອງປະຊຸມຈະເປັນບາດກ້າວທີ່ສໍາຄັນສໍາລັບໂລກ, ໂດຍສະເພາະສໍາລັບບັນດາປະເທດໃນອາຟຣິກາ," Erdogan ຕອບ.
ທ່ານປູຕິນໄດ້ວາງເງື່ອນໄຂສະເພາະໃຫ້ຣັດເຊຍກັບຄືນສູ່ຂໍ້ຕົກລົງ, ໃນນັ້ນມີການຜ່ອນສັ້ນຜ່ອນຍາວການລົງໂທດຂອງຝ່າຍຕາເວັນຕົກກ່ຽວກັບການຊຳລະເງິນ, ການຂົນສົ່ງແລະການປະກັນການຂົນສົ່ງ.
ໃນເດືອນກໍລະກົດ, ທ່ານ Erdogan ກ່າວວ່າທ່ານ Putin ມີ "ຄວາມຄາດຫວັງທີ່ແນ່ນອນຈາກບັນດາປະເທດຕາເວັນຕົກ" ກ່ຽວກັບຂໍ້ຕົກລົງທະເລດໍາ, ເພີ່ມວ່າມັນມີຄວາມສໍາຄັນສໍາລັບປະເທດຕາເວັນຕົກທີ່ຈະດໍາເນີນການກ່ຽວກັບບັນຫາດັ່ງກ່າວ.
ຫວ່າງມໍ່ໆມານີ້, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ສົ່ງລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov “ຂໍ້ສະເໜີທີ່ເປັນຈິງ” ເພື່ອນຳການສົ່ງອອກຂອງຣັດເຊຍອອກສູ່ຕະຫຼາດໂລກ. ແນວໃດກໍດີ, ທ່ານ Lavrov ກ່າວວ່າ, ຣັດເຊຍບໍ່ພໍໃຈຕໍ່ຂໍ້ສະເໜີນີ້.
ຮວ່າງແອງ (ຕາມ AFP, Reuters, DW)
ທີ່ມາ
(0)