ທີ່ການຕ້ອນຮັບ, ການນຳທະຫານເຂດ 2 ໄດ້ແບ່ງປັນຄວາມເສຍຫາຍຈາກໄພນ້ຳຖ້ວມໃຫ້ບັນດາທ້ອງຖິ່ນແຂວງ ເຊີນລາ . ພ້ອມກັນນັ້ນ, ໄດ້ມອບເງິນຈຳນວນ 200 ລ້ານດົ່ງຈາກການປະກອບສ່ວນຂອງພະນັກງານ, ນັກຮົບເພື່ອໜູນຊ່ວຍແຂວງ ເຊີນລາ ໃນການຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ.
ການນຳແຂວງ ເຊີນລາ ຕີລາຄາສູງນ້ຳໃຈຂອງພະນັກງານ, ນັກຮົບທະຫານເຂດ 2 ທີ່ໄດ້ສົມທົບກັນໜູນຊ່ວຍປະຊາຊົນແຂວງ ເຊີນລາ ທີ່ໄດ້ຮັບຄວາມເສຍຫາຍຈາກພະຍຸ ແລະ ໄພນ້ຳຖ້ວມ.
ທີ່ມາ: https://baosonla.vn/xa-hoi/quan-khu-2-ung-ho-khac-phuc-thiet-hai-do-thien-tai-rsoyxrXHg.html
(0)