ງານມະໂຫລານຄັ້ງນີ້ແມ່ນການຮ່ວມມືລະຫວ່າງແຂວງ ກວາງຈີ້, ກະຊວງຕຳຫຼວດ ແລະ ໜັງສືພິມເຍີນແດນ, ແລະ ມີຄວາມໝາຍເປັນພິເສດໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດ 2 ກັນຍາ ແລະ ວັນປະເພນີກອງທັບປະຊາຊົນ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລດຶກຕ໋ຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວ໋າງໄຕ ໄດ້ຢືນຢັນ: ສຸຂະພາບແມ່ນພື້ນຖານສຳເລັດທຸກວຽກງານ ການເມືອງ , ສັງຄົມ, ທັງແມ່ນປັດໄຈສຳຄັນເພື່ອພັດທະນາແບບຍືນຍົງ. ສະນັ້ນ, ກິດຈະກຳກິລາຊຸມຊົນບໍ່ພຽງແຕ່ຢຸດຢູ່ການຝຶກຊ້ອມທາງດ້ານຮ່າງກາຍເທົ່ານັ້ນ ແຕ່ຍັງປະກອບສ່ວນສ້າງຊີວິດການເປັນຢູ່ທີ່ມີສຸຂະພາບດີ ແລະ ວັດທະນາຖາວອນ.
ມີປະຊາຊົນນັບພັນຄົນເຂົ້າຮ່ວມ ລາຍການ “ກ້າວໄປໜ້າກັບຫວຽດນາມ” ທີ່ຈັດຂຶ້ນຢູ່ ແຂວງ ກວາງຈິ .ທ່ານ ເລດຶກຕ໋ຽນ ກໍ່ເນັ້ນໜັກວ່າ: ການຈັດຕັ້ງກິດຈະກຳກິລາຊຸມຊົນແມ່ນກາລະໂອກາດເພື່ອປຸກລະດົມນ້ຳໃຈສາມັກຄີ, ປາດຖະໜາຢາກມີຫົວຄິດປະດິດສ້າງ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຂອງພົນລະເມືອງແຕ່ລະຄົນ. ໂອກາດນີ້, ກໍ່ແມ່ນໂອກາດເພື່ອຊຸກຍູ້ການເຄື່ອນໄຫວ “ປະຊາຊົນທຸກຄົນປະຕິບັດຕາມແບບຢ່າງຂອງລຸງໂຮ່”, ຊຸກຍູ້ວິຖີຊີວິດທີ່ດີ, ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍ, ປະກັນສັງຄົມ ແລະ ກໍ່ສ້າງບ້ານເກີດເມືອງນອນສີຂຽວ - ສະອາດ - ສວຍງາມຂອງກວາງຈິ...
ການເຄື່ອນໄຫວຝຶກຊ້ອມການຍ່າງ ແລະ ກາຍຍະສິນໃນງານຍັງມີຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງ ເມື່ອຕິດພັນກັບເປົ້າໝາຍປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດ, ຍົກສູງຈິດສຳນຶກຂອງປະຊາຊົນກ່ຽວກັບການພັດທະນາສີຂຽວ ແລະ ການຫັນເປັນແບບຍືນຍົງ. ນີ້ແມ່ນແນວຄິດ ແລະ ການກະທຳໃໝ່, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງປະຊາຄົມ ແລະ ຄວາມມຸ່ງມາດປາດຖະໜາມຸ່ງໄປເຖິງອະນາຄົດທີ່ສົດໃສຂອງບ້ານເກີດເມືອງນອນ ແລະ ປະເທດຊາດ.
ໂຄງການ “ກ້າວໄປໜ້າກັບຫວຽດນາມ” ໄດ້ຢືນຢັນຄຸນຄ່າອັນໃຫຍ່ຫຼວງຂອງກິລາເພື່ອສຸຂະພາບ, ຄວາມຜາສຸກ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ. ນີ້ກໍ່ແມ່ນຂ່າວສານທີ່ເຂັ້ມແຂງຂອງສັດທາ, ຄວາມສາມັກຄີ ແລະ ຄວາມຮັບຜິດຊອບຮ່ວມໃນອະນາຄົດ.
ທີ່ມາ: https://baovanhoa.vn/the-thao/quang-tri-soi-dong-voi-chuong-trinh-cung-viet-nam-tien-buoc-161478.html






(0)