ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈີ້ ເລດຶກຕ໋ຽນ ຫາກໍ່ລົງນາມໃນການອະນຸມັດໂຄງການຮັບມື ແລະ ແກ້ໄຂບາງຈຸດສີດຳທີ່ອາດຈະເກີດອຸບັດຕິເຫດຢູ່ຖະໜົນ ເລແທງຕົງ, ແຕ່ຖະໜົນ Ham Nghi ຫາທາງຫຼວງແຫ່ງຊາດ 9, ນະຄອນ ດົ່ງຮ່າ ດ້ວຍງົບປະມານ 3,6 ຕື້ດົ່ງ.
ຕາມນັ້ນແລ້ວ, ຈະລົງທຶນກໍ່ສ້າງລະບົບໄຟຈະລາຈອນໃໝ່ຢູ່ 3 ແຍກຄື: ແຍກຖະໜົນ ເລແທງຕົ່ງ - ຖະໜົນ ຮ່າຕິ້ງ; ສີ່ແຍກຖະໜົນ ເລແທ່ງຕົງ-ຖະໜົນ ຫງວຽນດິ່ງ; ແລະ ຖະໜົນ ເລແທ່ງຕົງ - ຖະໜົນ ຫງວຽນດິ່ງຈຽວ.
ພ້ອມກັນນັ້ນ, ກໍ່ລົງທຶນກໍ່ສ້າງເສົາໄຟໃໝ່ 6 ເສົາຢູ່ຖະໜົນເລແທງຕົ່ງ ແລະ ຖະໜົນ ຫງວຽນດິ່ງຈຽວ. ຜ່ານນັ້ນໄດ້ປະກອບສ່ວນສ້າງຄວາມສຳເລັດໃນລະບົບຈະລາຈອນໃນຕົວເມືອງ ແລະ ຫຼຸດຜ່ອນອຸປະຕິເຫດຈະລາຈອນ.
ທຶນລົງທຶນແມ່ນດຶງດູດຈາກງົບປະມານສູນກາງ ເພື່ອໜູນຊ່ວຍການປະຕິບັດວຽກງານຄວາມປອດໄພຈະລາຈອນໃນປີ 2024. ໄລຍະປະຕິບັດແຕ່ 2024-2025.
ຮ່າຢາງ
ທີ່ມາ: https://baoquangtri.vn/se-xay-dung-3-he-thong-den-tin-hieu-giao-thong-tren-duong-le-thanh-tong-tp-dong-ha-190514.htm






(0)