ນາງ ຟ້າມທິໂມຍ, ເຈົ້າຂອງໂຮງງານຜະລິດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ໂຄໂມຍ (ຊົກເຈື່ອງ) ໃຫ້ຮູ້ວ່າ: ນາງໄດ້ນຳເອົາຫົວຜັກບົ່ວສີມ່ວງ ແລະ ປູເກືອ - ຜະລິດຕະພັນທັງໝົດທີ່ໄດ້ຮັບການຢັ້ງຢືນຈາກແຂວງມາວາງສະແດງ ແລະ ແນະນຳໃນງານຕະຫຼາດນັດຄັ້ງນີ້. ໂດຍການເຂົ້າຮ່ວມງານວາງສະແດງຈະໄດ້ຮັບຄວາມຮູ້ກ່ຽວກັບບັນດາຜະລິດຕະພັນ OCOP ຫຼາຍຂຶ້ນ, ສ້າງເງື່ອນໄຂສະດວກໃຫ້ແກ່ການຊອກຫາລູກຄ້າ ແລະ ຕະຫຼາດບໍລິໂພກ.
ທ່ານ ຫົງມິງເຍີດ, ຫົວໜ້າພະແນ ກເສດຖະກິດ ເມືອງງ່ານາມ (ຊົກເຈື່ອງ) ໃຫ້ຮູ້ວ່າ: ທົ່ວເມືອງມີ 18 ຜະລິດຕະພັນ OCOP (3 ດາວຂຶ້ນໄປ) ແລະ 39 ຜະລິດຕະພັນ OCOP ເປັນທ່າແຮງ. ການມາວາງສະແດງສິນຄ້າຄັ້ງນີ້ ເປັນໂອກາດເພື່ອໃຫ້ຜູ້ຜະລິດໄດ້ໂຄສະນາຜະລິດຕະພັນທ້ອງຖິ່ນຂອງຕົນເອງ ແລະ ແລກປ່ຽນ ແລະ ຮຽນຮູ້ປະສົບການຈາກທ້ອງຖິ່ນອື່ນໆ, ດ້ວຍວິທີນີ້, ໄດ້ມີການຫຼາກຫຼາຍຜະລິດຕະພັນໃຫ້ແທດເໝາະກັບຄວາມມັກຂອງຜູ້ບໍລິໂພກ.
ງານວາງສະແດງສິນຄ້າສົ່ງເສີມການຄ້າສິນຄ້າພິເສດຂອງພາກພື້ນ OCOP 2023 ດ້ວຍຂະໜາດ 400 ກວ່າຮ້ານ; ໃນນັ້ນມີ 300 ຮ້ານຄ້າທົ່ວໄປຂອງວິສາຫະກິດ, ເຂດຜະລິດ ແລະ ດຳເນີນທຸລະກິດຢູ່ພາຍໃນ ແລະ ຕ່າງປະເທດ 100 ຮ້ານຂອງບັນດາຫົວໜ່ວຍ, ວິສາຫະກິດທີ່ວາງສະແດງສິນຄ້າພິເສດ, ແບບທຳມະດາ, ຜະລິດຕະພັນກະເສດທີ່ສຳຄັນ, ສິນຄ້າ OCOP ຂອງບັນດາພາກພື້ນໃນທົ່ວປະເທດ.
ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ Soc Trang ທ່ານ Lam Hoang Nghiep ໃຫ້ຮູ້ວ່າ: ງານວາງສະແດງຄັ້ງນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດແຂວງ Soc Trang ເວົ້າລວມ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດເວົ້າລວມ ໄດ້ແນະນຳບັນດາຜະລິດຕະພັນ OCOP ແລະ ສິນຄ້າມີຄຸນນະພາບເຖິງຜູ້ບໍລິໂພກ, ປະກອບສ່ວນເຂົ້າໃນຂະບວນການ “ຊາວຫວຽດນາມ ໃຫ້ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ”.
ນອກຈາກນັ້ນ, ງານຕະຫຼາດນັດແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດເພີ່ມທະວີການເຄື່ອນໄຫວການຄ້າ ແລະ ເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນ OCOP ໃນຕະຫຼາດພາຍໃນ ແລະ ຕ່າງປະເທດ.
ທີ່ມາ
(0)