ປະທານາທິບໍດີ ຊີຣີ Bashar al-Assad (ຂວາ) ແລະ ລັດຖະມົນຕີການຕ່າງປະເທດ ຈໍແດນ Ayman Safadi ພົບປະກັນຢູ່ Damascus, ປະເທດ ຊີຣີ, ວັນທີ 3 ກໍລະກົດ. |
ຕາມກະຊວງ ການຕ່າງປະເທດ ຈໍແດນແລ້ວ, ກອງປະຊຸມໄດ້ສຸມໃສ່ແກ້ໄຂບັນຫາສົ່ງຊາວອົບພະຍົບ ແລະ ບັນດາມາດຕະການເພື່ອຮັບປະກັນເງື່ອນໄຂສະດວກໃຫ້ແກ່ການສົ່ງຊາວອົບພະຍົບ ຊີຣີ ໂດຍສະໝັກໃຈກັບຈໍແດນ. ປະຈຸບັນມີຊາວອົບພະຍົບຊີຣີ 1,3 ລ້ານຄົນຢູ່ຈໍແດນ.
ທີ່ການພົບປະ, 2 ຝ່າຍຍັງໄດ້ປຶກສາຫາລືກ່ຽວກັບບັນດາບາດກ້າວບຸກທະລຸດ້ານມະນຸດສະທຳ, ຄວາມໝັ້ນຄົງ ແລະ ການເມືອງ ເພື່ອແນໃສ່ແກ້ໄຂວິກິດການຢູ່ ຊີຣີ ຢ່າງຮອບດ້ານ.
ນອກນີ້, ທ່ານ Safadi ຍັງໄດ້ປຶກສາຫາລືກັບປະທານາທິບໍດີ al-Assad ກ່ຽວກັບວິທີການຮັບມືກັບໄພອັນຕະລາຍທີ່ເກີດຈາກການຄ້າຢາເສບຕິດຂ້າມຊາຍແດນ.
ໃນໄລຍະຢ້ຽມຢາມຊີຣີ, ທ່ານລັດຖະມົນຕີການຕ່າງປະເທດຈໍແດນຍັງໄດ້ພົບປະກັບຄູ່ຕຳແໜ່ງຊີຣີ Faisal Mekdad ເພື່ອປຶກສາຫາລືກ່ຽວກັບການສ້າງຕັ້ງຄະນະກຳມະການຮ່ວມຕ້ານການຄ້າຢາເສບຕິດ.
ການຢ້ຽມຢາມຂອງລັດຖະມົນຕີການຕ່າງປະເທດ ຈໍແດນ ຢູ່ Damascus ມີຂຶ້ນໃນຊ່ວງເວລາທີ່ ຊີຣີ ພວມໄດ້ຮັບການຕ້ອນຮັບກັບຄືນສູ່ພາກພື້ນ, ດັ່ງທີ່ເຫັນໄດ້ຈາກການກັບຄືນສູ່ສັນນິບາດອາຣັບໃນເດືອນພຶດສະພາ, ພາຍຫຼັງທີ່ໄດ້ຢູ່ໂດດດ່ຽວເປັນເວລາຫຼາຍປີ ນັບຕັ້ງແຕ່ການປະທະກັນເກີດຂຶ້ນໃນຊີຣີ ໃນປີ 2011.
ທີ່ມາ
(0)