ໂຄງການດັ່ງກ່າວໂດຍສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ແລະ ສູນວັດທະນະທຳ ສ.ເກົາຫຼີ ປະຈຳ ຫວຽດນາມ ສົມທົບກັບອົງການ ທ່ອງທ່ຽວ ສ. ເກົາຫຼີ, ອົງການສ້າງເນື້ອໃນຂອງ ສ.ເກົາຫຼີ, ອົງການປົກປ້ອງລິຂະສິດ ສ.ເກົາຫຼີ, ແລະ ອົງການຈຳໜ່າຍຜະລິດຕະພັນກະເສດ ແລະ ຜະລິດຕະພັນສະບຽງອາຫານ ສ.ເກົາຫຼີ.
“ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ” ປີນີ້ ແມ່ນຄັ້ງທີ 4 ທີ່ງານມະໂຫລານໄດ້ຮັບການຈັດຕັ້ງ ພາຍຫຼັງປີກາຍນີ້ປະສົບຜົນສຳເລັດຢ່າງຈົບງາມ ດ້ວຍຜູ້ເຂົ້າຊົມກວ່າ 20.000 ຄົນ.
ພິເສດ, ງານຕະຫຼາດນັດປີນີ້ໄດ້ດຶງດູດການເຂົ້າຮ່ວມຂອງຫຼາຍວິສາຫະກິດ ສ.ເກົາຫຼີ ທີ່ພວມດຳເນີນທຸລະກິດຢູ່ ຫວຽດນາມ, ໄດ້ເປີດໂອກາດໃຫ້ປະຊາຊົນໄດ້ສຳຜັດກັບເນື້ອໃນ Hallyu ໂດຍກົງເຊັ່ນ: ຮູບເງົາ, K-beauty, ກາຕູນ ສ.ເກົາຫຼີ ແລະ ອື່ນໆ.
ນອກຈາກນັ້ນ, ສູນວັດທະນະທໍາ ສ.ເກົາຫຼີ ຮ່ວມມືກັບ ບໍລິສັດຈຳໜ່າຍຜະລິດຕະພັນກະເສດ ແລະ ສະບຽງອາຫານ ສ.ເກົາຫຼີ ແລະ ວິສາຫະກິດ ເຮັດອາຫານ ສ. ເກົາຫຼີ ດຳເນີນພື້ນທີ່ເພື່ອແນະນຳ ແລະ ສົ່ງເສີມອາຫານເກົາຫຼີ ທີ່ຫຼາກຫຼາຍ. ຜ່ານນັ້ນ, ຊາວນະຄອນ ໂຮ່ຈີມິນ ມີໂອກາດໄດ້ຮຽນຮູ້ ແລະ ມ່ວນຊື່ນກັບຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳການເຮັດອາຫານຂອງ ສ.ເກົາຫຼີ.
ລາຍການສະແດງສິລະປະທີ່ດຳເນີນເປັນເວລາ 2 ວັນ ຈະນຳມາເຊິ່ງບັນດາລາຍການສະແດງພິເສດລວມມີ: ເວທີປາໄສຂອງບັນດານັກສິລະປິນ V-pop ເຊັ່ນ: CONGB, Ngo Lan Huong; ຊົມການສະແດງ ເທຄວັນໂດ ຈາກທີມ Taekwondo ແຫ່ງຊາດ.
ໃນຂະນະນັ້ນ, ບັນດາລາຍການສະແດງສິລະປະພື້ນເມືອງສົມທົບກັບ ຫວຽດນາມ ແລະ ສ.ເກົາຫຼີ ຈາກຄະນະສິລະປະ Noreum Machi ແລະ ຄະນະສິລະປະ ຫວຽດນາມ ພ້ອມກັບບັນດາການສະແດງທີ່ຕື່ນເຕັ້ນຄື K-POP cover dance, DJ...
ນອກຈາກນັ້ນ, ພາຍໃນງານຍັງມີພື້ນທີ່ສໍາຜັດການນຸ່ງເສື້ອ Hanbok, ເຄື່ອງຫັດຖະກໍາ ແລະອາຫານເກົາຫຼີ, ຖ່າຍຮູບ ແລະ ສົ່ງເສີມແຫຼ່ງທ່ອງທ່ຽວຂອງ ສ.ເກົາຫຼີ.
ການແຂ່ງຂັນພື້ນເມືອງທີ່ດຶງດູດໃຈຂອງສອງປະເທດຫວຽດນາມ ແລະ ສ.ເກົາຫຼີຫຼາຍຢ່າງຄື: “ໝູນວຽນ, ໂດດເຊືອກ”, “ຈັບທຸງ”, “ຕີກອງຕາບອດ”… ກໍໄດ້ຮັບການປະຕິບັດ, ສ້າງຊ່ອງຫວ່າງໃຫ້ແກ່ການພົວພັນແລກປ່ຽນ ແລະ ການເຊື່ອມຕໍ່ຂອງປະຊາຊົນຫວຽດນາມ ແລະ ສ.
ທ່ານ Choi Seungjin ຜູ້ອຳນວຍການສູນວັດທະນະທຳສ.ເກົາຫຼີ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ກະກຽມບັນດາລາຍການສະແດງສິລະປະສົມທົບກັບ ຫວຽດນາມ ແລະ ສ.ເກົາຫຼີ ແລະ ບັນດາການເຄື່ອນໄຫວປະສົບການທີ່ປະຊາຊົນສາມາດເຂົ້າຮ່ວມໄດ້ໂດຍກົງ, ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດຜ່ານວັດທະນະທຳ”.
ທີ່ມາ: https://baovanhoa.vn/van-hoa/that-chat-tinh-huu-nghi-qua-sac-mau-van-hoa-156236.html
(0)