ດ້ວຍຫົວຂໍ້ວ່າ “ສະເຫຼີມສະຫຼອງການຮ່ວມມືພັດທະນາ”, ວັນບຸນດຳເນີນໄປຮອດວັນທີ 19/10, ໄດ້ດຶງດູດບັນດາອົງການ ແລະ ວິສາຫະກິດເຢຍລະມັນປະມານ 40 ອົງການເຄື່ອນໄຫວໃນຂົງເຂດຮ່ວມມືພັດທະນາ, ເສດຖະກິດ ເອກະຊົນ, ກິລາ, ວັດທະນະທຳ ແລະ ວິທະຍາສາດ. ບັນດາຮ້ານວາງສະແດງ, ເກມໂຕ້ຕອບ, ການສະແດງສິລະປະ, ແລກປ່ຽນອາຫານການກິນ ແລະ ກິດຈະກຳແນະນຳອາຊີບໄດ້ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າມານະຄອນຫຼວງເປັນຈຳນວນຫຼວງຫຼາຍ.

ເຫດການນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນຫວຽດນາມ ເຂົ້າໃຈຕື່ມອີກກ່ຽວກັບການພົວພັນຄູ່ຮ່ວມມືທີ່ເຂັ້ມແຂງລະຫວ່າງສອງປະເທດ, ການພົວພັນທີ່ສ້າງຂຶ້ນບົນພື້ນຖານຄວາມເຄົາລົບເຊິ່ງກັນ ແລະ ກັນ, ການຮ່ວມມືສະເໝີພາບ ແລະ ຄໍາໝັ້ນສັນຍາລວມຂອງບັນດາເປົ້າໝາຍພັດທະນາແບບຍືນຍົງ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ເລທິທູຮັ່ງ ຢືນຢັນວ່າ 50 ປີຜ່ານມາ, ເຢຍລະມັນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ຢູ່ ເອີລົບ. ທ່ານຮອງລັດຖະມົນຕີການຕ່າງປະເທດ Le Thi Thu Hang ໃຫ້ຮູ້ວ່າ: “50 ປີອາດບໍ່ແມ່ນການເດີນທາງຍາວໄກ, ແຕ່ແມ່ນໄລຍະທີ່ມີຄວາມໝາຍທີ່ເຢຍລະມັນພ້ອມກັບ ຫວຽດນາມ ໃນໄລຍະຫຍຸ້ງຍາກພາຍຫຼັງການໂຮມປະເທດຊາດເປັນເອກະພາບ, ໃນຂະບວນການ Doi Moi ແລະ ໃນການພັດທະນາເສດຖະກິດ - ສັງຄົມໃນປະຈຸບັນ.

ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມີການພົບປະກັບຫຼາຍຮ້ານວາງສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈຂອງການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ, ເຊັ່ນ: ລົດເມປະຖົມນິເທດອາຊີບ” ໃນຂົງເຂດອາຊີວະສຶກສາ; “ກ້ອນເມກາ” ທີ່ຊ່ວຍໃຫ້ຜູ້ຊົມສຳຫຼວດບັນດາໂຄງການພັດທະນາແບບຍືນຍົງຢູ່ຫວຽດນາມ ດ້ວຍເຕັກໂນໂລຊີທັນສະໄໝ; ຫຼື ບັນດາການເຄື່ອນໄຫວແລກປ່ຽນກິລາລະຫວ່າງສະຫະພັນບານເຕະຍິງ ເຢຍລະມັນ ແລະ ຊາວ ຫວຽດນາມ.

“ຄວາມຈິງທີ່ເຖິງ 40 ອົງການ ແລະ ວິສາຫະກິດ ເຢຍລະມັນ ພ້ອມກັບຜູ້ຕາງໜ້າຈາກ 3 ລັດ Bremen, Hessen ແລະ Thuringia ໄດ້ເຂົ້າຮ່ວມ Festival ໄດ້ສະແດງໃຫ້ເຫັນວ່າ ການພົວພັນລະຫວ່າງ ຫວຽດນາມ - ເຢຍລະມັນ ພວມພັດທະນາຢ່າງດີງາມ.
ສ່ວນຝ່າຍເຢຍລະມັນ, ທ່ານນາງ Helga Margarete Barth, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ຫວຽດນາມ, ຢືນຢັນວ່າ Festival ເຢຍລະມັນ ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນໃນຊຸດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ 2 ຝ່າຍ. ທ່ານນາງ Helga Margarete Barth ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າປາດຖະໜາຢາກນຳບັນດາການເຄື່ອນໄຫວລະນຶກເຖິງຫຼາຍທ້ອງຖິ່ນຂອງຫວຽດນາມ, ບໍ່ພຽງແຕ່ມຸ່ງໄປເຖິງຮ່າໂນ້ຍ.



ຕາມທ່ານນາງເອກອັກຄະລັດຖະທູດ Helga Margarete Barth ແລ້ວ, “ລົດເມແນະນຳອາຊີບ” ແມ່ນການສະແດງໃຫ້ເຫັນການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ. ລົດເມໄດ້ເດີນທາງຜ່ານຫຼາຍແຂວງ, ນະຄອນຂອງຫວຽດນາມ ເພື່ອແນະນຳໂອກາດການສຶກສາ ແລະ ເຮັດວຽກຢູ່ເຢຍລະມັນໃຫ້ແກ່ຊາວໜຸ່ມ. ໃນທ້າຍອາທິດນີ້, ລາຍການດັ່ງກ່າວຈະໄປສະແດງຢູ່ເຂດທະເລສາບ ຮວ່າງກ໋ຽມ ເພື່ອແນະນຳໂດຍກົງໃຫ້ແກ່ຜູ້ທີ່ສົນໃຈໄປສຶກສາ ຫຼື ຮຽນການຄ້າຢູ່ເຢຍລະມັນ.
ທ່ານນາງ Helga Margarete Barth ໃຫ້ຮູ້ວ່າ: ຜ່ານບຸນເຕັດ ເຢຍລະມັນ, ຝ່າຍ ເຢຍລະມັນ ປາດຖະໜາຢາກສະເໜີບັນດາຮູບພາບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ໂດຍສະແດງໃຫ້ເຫັນຜ່ານບັນດາການເຄື່ອນໄຫວທີ່ຫຼາກຫຼາຍໃນຊຸມປີຜ່ານມາ. ທ່ານນາງ Helga Margarete Barth ໄດ້ແບ່ງປັນວ່າ: “ຂ້າພະເຈົ້າດີໃຈເປັນພິເສດທີ່ເກືອບ 40 ອົງການ ແລະ ວິສາຫະກິດຂອງເຢຍລະມັນໃນຫຼາຍຂົງເຂດນັບແຕ່ເສດຖະກິດ, ວັດທະນະທຳ, ວິທະຍາສາດເຖິງກິລາໄດ້ເຂົ້າຮ່ວມງານບຸນ.
ງານບຸນເຢຍລະມັນ 2025 ບໍ່ພຽງແຕ່ແມ່ນການເຄື່ອນໄຫວລະນຶກທາງການທູດເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ວັດທະນະທຳ, ເສດຖະກິດ ແລະ ມະນຸດສະທຳລະຫວ່າງສອງປະເທດ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນຢ່າງເລິກເຊິ່ງກ່ວາອີກ, ມຸ່ງໄປເຖິງອະນາຄົດແຫ່ງການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ.
ທີ່ມາ: https://baotintuc.vn/thoi-su/50-nam-quan-he-viet-duc-hop-tac-vi-hoa-binh-phat-trien-va-thinh-vuong-chung-20251017225641745.htm
(0)